ທ່ານອາເບະ ໄດ້ຮຽກຮ້ອງດັ່ງກ່າວໃນວັນອັງຄານມື້ນີ້ ໃນຂະນະທີ່ພົບປະຢູ່ໂຕກຽວ
ກັບທ່ານ ຊູ ຮຸນ ຫົວໜ້າສືບລັບແຫ່ງຊາດຂອງເກົາຫຼີໃຕ້. ທ່ານ ຊູ ຮຸນ ແລະທ່ານ ຈັງ
ອຸຍ ຢົງ (Chung Eui-yong) ຫົວໜ້າອົງການຄວາມໝັ້ນຄົງແຫ່ງຊາດຂອງເກົາຫລີໃຕ້
ໄດ້ນຳພາຄະນະຈາກເກົາຫຼີໃຕ້ ໄປຍັງເກົາຫຼິີເໜືອໃນສັບປະດາແລ້ວນີ້ ເພື່ອປຶກສາຫາລື
ກັບ ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ.

ນາຍົກລັດຖະມົນຕີຍີ່ປຸ່ນ ຍັງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ທ່ານຕ້ອງການທີ່ຈະ
ແກ້ໄຂບັນຫາທີ່ເກົາຫຼີເໜືອ ລັກພາຕົວຄົນສັນຊາດຍີ່ປຸ່ນຫຼາຍຄົນ ໃນຊຸມປີ 1970
ແລະ 80 ເພື່ອໄປຝຶກສອນພວກນັກສືບສອດແນມຂອງເກົາຫຼີເໜືອ.

ປະນາທິບໍດີເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ (Moon Jae-in) ແລະປະນາທິບໍດີສະຫະລັດ
ທ່ານ ດໍໂນລ ທຣຳ ໄດ້ຕົກລົງ ທີ່ຈະຈັດໃຫ້ມີການປະຊຸມສອງຝ່າຍ ແບບແຍກກັນ
ກັບກິມ ຈົງ ອຶນ ເພື່ອປຶກສາຫາລື ໃຫ້ຍຸຕິໂຄງການອາວຸດນິວເຄລຍ ຫຼັງຈາກທີ່ທ່ານໄດ້
ໃຫ້ຄຳໝັ້ນສັນຍາ ທີ່ຈະໂຈະການທົດລອງລູກສອນໄຟຂີປະມານາວຸດ ຂອງເກົາຫຼີເໜືອ.
ປະນາທິບໍດີມູນ ຈະພົບປະກັບ ທ່ານກິມ ໃນເດືອນເມສາ, ໃນຂະນະທີ່ ປະນາທິບໍດີທຣຳ
ຈະພົບກັບຜູ້ນຳເກົາຫຼີເໜືອ ໃນທ້າຍເດືອນພຶດສະພາ.

No comments:
Post a Comment