Tuesday, 13 March 2018

ການກໍ່ສ້າງທາງດ່ວນ ແລະ ອຸມົງ ຈະເລີ່ມຕົ້ນຂຶ້ນໃນຕົ້ນປີ 2018 ນີ້



ການກໍ່ສ້າງທາງດ່ວນ ແລະ ອຸມົງ ຈະເລີ່ມຕົ້ນຂຶ້ນໃນຕົ້ນປີ 2018 ນີ້ , ເຊິ່ງເສັ້ນທາງດັ່ງກ່າວມີຄວາມຍາວທັງໝົດ 113.5 ກິໂລແມັດ ເຊື່ອມຕໍ່ນະຄອນຫຼວງວຽງຈັນ ແລະ ເມືອງວັງວຽງ ແຂວງວຽງຈັນ ,ໃນນັ້ນຈະມີການເຈາະອຸມົງຄວາມຍາວ 679 ແມັດ ເຊິ່ງເປັນ ພູທີ່ຕັ້ງຢູ່ລະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ເມືອງວັງວຽງ ແຂວງວຽງຈັນ.


ໂຄງການດັ່ງກ່າວເປັນໄລຍະທຳອິດ ຂອງສັນຍາຮ່ວມທຶນສ້າງທາງດ່ວນລະຫວ່າງນະຄອນຫຼວງວຽງຈັນ ຫາ ບໍ່ເຕັນ ລະຫວ່າງ ສປປລາວ ແລະ ສປ ຈີນ ເຊິ່ງລົງນາມກັນເມື່ອວັນທີ 13 ພະຈິກ 2017 ໃນລະຫວ່າງການຢ້ຽມຢາມລາວຢ່າງເປັນທາງການຂອງ ສະຫາຍ ສີຈິ້ນຜິງ ປະທານປະເທດ ສປ ຈີນ.
ຖ້າເສັ້ນທາງດັ່ງກ່າວຫາກສໍາເລັດຈະເປັນການເພີ່ມຄວາມສະດວກແກ່ການຄົມມະນາຄົມແຫ່ງຊາດ ແລະ ກະຕຸ້ນເສດຖະກິດມະຫາພາກອີກທາງໜຶ່ງ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...