ຂປລ.ໃນວັນທີ່ 8 ມີນາ 2018, ທີ່ທຳນຽບ ປະທານາທິບໍດີ, ນະຄອນຫລວງອັງກາຣາ, ສາທາລະນະລັດ ຕວັກກີ, ທ່ານ ຄຳອິນ ຄິດຈະເດດ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Recep Tayyip ERDOGAN, ປະທານາທິບໍດີ ແຫ່ງ ສາທາລະນະລັດ ຕວັກກີ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຕວັກກີ, ຊຶ່ງມີສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ເຈນີວາ, ປະເທດສະວິດ.
ພາຍຫລັງ ການຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ໄດ້ພົບປະໂອ້ລົມກັບ ທ່ານປະ ທານາທິບໍດີ, ຊຶ່ງທ່ານທູດ ໄດ້ນຳເອົາຄວາມຍື້ຢາມຖາມຂ່າວ ອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດ ຈາກ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ Recep Tayyip ERDOGAN ແລະ ຜ່ານທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ຕວັກກີ ທຸກຖ້ວນໜ້າ.
ໃນໂອກາດນີ້, ທ່ານທູດ ໄດ້ຕີລາຄາສູງການພົວພັນສອງຝ່າຍ ຕະຫລອດໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດ ໄດ້ສ້າງສາຍພົວພັນ ການທູດນຳກັນ ໃນວັນທີ 26 ມິຖຸນາ 1958, ສະແດງຄວາມຊົມເຊີຍ ຕໍ່ບົດບາດອັນສຳຄັນ ຂອງ ສ.ຕວັກກີ ຢູ່ໃນພາກພື້ນ ແລະ ສາກົນ, ການເຕີບໃຫຍ່ຂະຫຍາຍ ຕົວທາງດ້ານການ ພັດທະນາເສດຖະກິດ-ສັງຄົມ ຂອງ ສ.ຕວັກກີ ໃນໄລຍະຜ່ານມາ. ພ້ອມນັ້ນ, ທ່ານທູດ ຍັງໄດ້ແຈ້ງໂດຍຫຍໍ້ ກ່ຽວກັບການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ລວມທັງການ ຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາ ແບບຍືນຍົງ ແລະ ເປົ້າໝາຍການພັດທະນາ ທີ່ຈະນຳເອົາປະເທດ ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ພາຍໃນປີ 2020 ແລະ ສະແດງ ຄວາມຂອບໃຈຕໍ່ປະຊາຊົນ ແລະ ລັດຖະບານ ສ.ຕວັກກີ ທີ່ໄດ້ໃຫ້ການ ຊ່ວຍເຫລືອແກ່ ສປປ ລາວ ໃນໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ສະເໜີ ໃຫ້ສືບຕໍ່ເສີມ ຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ.ຕວັກກີ ໃຫ້ມີການເຕີບໃຫຍ່ ຂະຫຍາຍຕົວໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ທ່ານ Recep Tayyip ERDOGAN ກໍ່ໄດ້ສະແດງ ຄວາມຊົມເຊີຍ ແລະ ໄດ້ຕີລາຄາສູງຕໍ່ ທ່ານ ຄຳອິນ ຄິດຈະເດດ ໃນການມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ສ.ຕວັກກີ, ສະແດງຄວາມຊົມເຊີຍ ຕໍ່ປະຊາຊົນ ແລະ ລັດຖະບານແຫ່ງ ສປປ ລາວ ທີ່ໄດ້ມີການເຕີບໃຫຍ່ ຂະຫຍາຍຕົວ ໃນດ້ານການພັດທະນາເສດຖະກິດສັງຄົມ ໃນໄລຍະຜ່ານມາ, ໄດ້ສົ່ງຄຳຍື້ຢາມຖາມຂ່າວ ອັນອົບອຸ່ນ, ຄວາມອວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດມາຍັງ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວ ທຸກທົ່ວໜ້າ, ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດຄົນໃໝ່ ປະຕິບັດໜ້າທີ່ການທູດ ດ້ວຍຜົນສຳເລັດ ເພື່ອສົ່ງເສີມການພົວພັນຮ່ວມມື ຂອງ ສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.
ການຍື່ນສານ ແລະ ການພົບປະ ລະຫວ່າງ ທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ຕວັກກີ ແລະ ທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ຄົນໃໝ່ ໄດ້ດຳເນີນໄປດ້ວຍໄມຕີຈິດມິດ ຕະພາບ ອັນອົບອຸ່ນແຕ່ຕົ້ນຕະຫລອດປາຍ.

No comments:
Post a Comment