Friday, 16 March 2018

ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດ ຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບ

ຂປລ. ​ໃນ​ວັນ​ທີ 16 ມີນາ 2018 ​ທີ່​ສໍານັກງານ ​ນາຍົກລັດຖະມົນຕີ ທ່ານ ບຸນ​ທອງ ຈິດ​ມະນີ ຮອງ​ ນາຍົກລັດຖະມົນຕີ, ປະທານ ​ກວດກາ​ລັດຖະບານ, ຫົວໜ້າ​ ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ  ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ ​ຂອງ ທ່ານ ຕາ​ເກ​ຊິ ຮິ​ກິ​ຮາຣະ ​ເອກອັກຄະຣາຊະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະ​ເທດ​ຍີ່ປຸ່ນ ປະ​ຈໍາ ສປປ ລາວ ​ເພື່ອ​ລາຍ​ງານ​ ກ່ຽວ​ກັບ​ໂຄງການ ​ຮ່ວມ​ມື​ຊ່ວຍ​ເຫລືອ ສປປ ລາວ ຂອງ​ຍີ່ປຸ່ນ ​ໃນ​ ປັດຈຸ​ບັນ, ​ໂດຍ​ສະ​ເພາະ ​ໂຄງການ​ພັດທະນາ​ທ້ອງ​ຖິ່ນ ​ແລະ ຈະ​ສະ​ເໜີ​ແລກປ່ຽນ ​ຄໍາ​ຄິດ​ຄໍາ​ເຫັນ ​ກ່ຽວ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງ ການ​ຂອງ​ຝ່າຍ​ລາວ ​ເພື່ອ​ຮ່ວມ​ມື​ ໃນ​ຂົງ​ເຂດ​ການ​ກວດກາ​ ລັດຖະບານ ​ແລະ ການ​ຕ້ານ​ການ ​ສໍ້​ລາດ​ບັງ​ຫລວງ.
​ໃນ​ໂອກາດ​ນີ້, ທ່ານ ບຸນ​ທອງ ຈິດ​ມະນີ ​ໄດ້​ສະ​ແດງ​ ຄວາມຊົມ​ເຊີຍ ຍິນ​ດີ​ຕ້ອນ​ຮັບ​ ​ແລະ ຕີ​ລາຄາ​ສູງ ຕໍ່​ທ່ານ ຕາ​ເກ​ຊິ ຮິ​ກິ​ຮາຣະ ​ໃນ​ຄັ້ງ​ນີ້. ​​​ເຊິ່ງມີ​ຄວາມ​ໝາຍຄວາມສຳຄັນ ເປັນ​ຢ່າງ​ຍິ່ງ, ທັງ​ເປັນ​ການປະກອບສ່ວນ ​ສຳຄັນ ເຂົ້າໃນການ​ພົວພັນ​ຮ່ວມ​ມື ​ຕໍ່​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ສປປ ລາວ-ຍີ່​ປຸ່ນ ທີ່​ນັບ​ມື້ນັບ​ຂະຫຍາຍຕົວ ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ພາຍ​ໃຕ້​ການ​ເປັນ​ຄູ່​ຮ່ວມ​ ຍຸດ​ທະ​ສາດ ສອງ​ຝ່າຍ​​ໄດ້​ຮັບຮອງ​ ການ​ຍົກ​ລະດັບ​ສາຍ​ພົວພັນ​ ໃນ ​ປີ 2015 ​ເຊິ່ງຈະ​ສືບ​ຕໍ່ ​ຂະຫຍາຍ​ວົງ​ກວ້າງ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ເປັນ​ຮູບ​ປະ​ທໍາ. ຂະນະ​ດຽວ​ກັນ, ທ່ານ ກໍ​ໄດ້​ສະ​ແດງ​ ຄວາມ​ຂອບ​ໃຈ ​ແລະ ຮູ້​ບຸນຄຸນ ​ຕໍ່ ​ລັດຖະບານ ​ແລະ ປະຊາຊົນ​ຍີ່ປຸ່ນ ທີ່​ໄດ້​ໃຫ້ການ ​ຮ່ວມ​ມື ​ແລະ ຊ່ວຍ​ເຫລືອ ສປປ ລາວ ​ໃນ​ໄລຍະ​ຜ່ານ​ມາ. ການ​ຊ່ວຍ​ເຫລືອ ​ເພື່ອ​ການ​ພັດທະນາ(ODA) ຂອງ​ຍີ່ປຸ່ນ ຍັງ​ເປັນອັນ​ດັບ 1 ຂອງ​ການ​ຊ່ວຍ​ເຫລືອ​ ຕ່າງປະ​ເທດ​ແກ່ ສປປ ລາວ ການ​ຊ່ວຍ​ເຫລືອ​ດັ່ງກ່າວ ​ສາມາດ ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ ​ຕົວ​ຈິງ​ຂອງ​ປະຊາຊົນ​ລາວ​ ບັນ​ດາເຜົ່າ, ​ໂດຍ​ສະ​ເພາະ​ ແມ່ນ​ການ​ປະຕິບັດ​​ແຜນ​ພັດທະນາ​ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ​ແຕ່ລະ​ໄລຍະ ​ເພື່ອ​ສໍາ​ເລັດ ​ນະ​ໂຍບາຍ​ຂອງ​ລັດຖະບານ ​ທີ່​ນໍາ​ເອົາ​ປະ​ເທດ​ຊາດ​ ໃຫ້​ອອກ​ຈາກ​ສະຖານະ​ພາບ ​ຄວາມ​ດ້ອຍ​ພັດທະນາ ​ໃນ​ປີ 2020.
 ໂອກາດດຽວ​ກັນ​, ທ່ານ ຕາ​ເກ​ຊິ ຮິ​ກິ​ຮາຣະ ​​ໄດ້​ສະ​ແດງ​ ຄວາມ​ຂອບ​ໃຈ​ຕໍ່​ທ່ານ ບຸນ​ທອງ ຈິດ​ມະນີ ທີ່​ໄດ້​ສະຫລະ ​ເວລາ​ອັນ​ມີ​ຄ່າ ໃຫ້ການຕ້ອນຮັບ ​ຢ່າງ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້. ພ້ອມ​ທັງ​​ໄດ້ແຈ້ງສະພາບ ​ໃນການສືບ​ຕໍ່​​ ຮ່ວມ​ມືເຊິ່ງກັນ ​ແລະ ກັນ ​ໃນ​ວຽກ​ງານ​ຕ່າງໆ ລະຫວ່າງ ລາວ-ຍີ່ປຸ່ນ  ​​​ໃຫ້​ທ່ານ​ຮອງນາຍົກລັດ ຖະມົນຕີໄດ້ຮັບ​ຊາບ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...