Sunday, 25 March 2018

ແຂວງບໍ່ແກ້ວ ເປີດງານວາງສະແດງສິນຄ້າໂອດ໊ອບ 8 ແຂວງພາກເໜືອ ສະຫລອງຄົບຮອບ 35 ປີ


ຂປລ. ແຂວງບໍ່ແກ້ວ ໄດ້ຈັດງານຕະຫລາດນັດວາງສະແດງສິນຄ້າໂອດ໊ອບ (ODOP) 8 ແຂວງພາກເໜືອ ໃນລະຫວ່າງວັນທີ 20-30 ມີນາ 2018 ຢູ່ສະໜາມກິລາຂອງແຂວງ ເພື່ອສະເຫລີມສະຫລອງວັນສ້າງຕັ້ງແຂວງບໍ່ແກ້ວ ຄົບຮອບ 35 ປີ, ເຊິ່ງມີພິທີເປີດງານຢ່າງເປັນທາງການໄດ້ມີຂຶ້ນໃນວັນທີ 25 ມີນານີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າ ແຂວງບໍ່ແກ້ວ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນ ດາການນຳພັກ-ລັດ, ບໍລິສັດ,ຫ້າງຮ້ານ ພ້ອມແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ທ່ານນາງ ພວງພັນ ພູມສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ລາຍງານໃຫ້ຮູ້ວ່າ: ງານວາງສະແດງສິນຄ້າ ດັ່ງກ່າວ ເປັນການສ້າງເງື່ອນໄຂໃຫ້ບັນດາຜູ້ປະກອບການພາຍໃນ 8 ແຂວງພາກເໜືອ ໄດ້ພົບປະແລກປ່ຽນດ້ານການຜະລິດ, ການຄ້າ-ການລົງທຶນ ທັງເປັນການໂຄສະນາ, ປັບປຸງຜະລິດຕະພັນຂອງຕົນໃຫ້ໄດ້ຕາມມາດຕະຖານຂອງຕະຫລາດກໍຄືຜູ້ຊົມໃຊ້ ເຊິ່ງມີທັງໝົດ 295 ຫ້ອງວາງສະແດງ ແບ່ງອອກເປັນ 12 ໝວດສິນຄ້າ ເປັນຕົ້ນແມ່ນ: ຜະລິດຕະພັນຈາກສັດລ້ຽງ, ເຂົ້າໜົມທີ່ເປັນເອກະລັກ, ເຟີນິເຈີ, ຫັດຖະກຳຈັກສານ, ຜະລິດຕະພັນຝ້າຍ ແລະ ເຄື່ອງນຸ່ງພື້ນເມືອງຂອງຊົນເຜົ່າຕ່າງໆ, ຜະລິດຕະພັນກະສິກຳ ແລະ ເຄື່ອງປ່າຂອງດົງ, ປຸຍຊີວະພາບ, ວັດສະດຸຮັບໃຊ້ການກໍ່ສ້າງ, ອັນຍະມະນີແຮ່ທາດ, ອຸປະກອນການສຶກສາ, ເຄື່ອງໃຊ້ສອຍ ແລະ ບັນດາສິນຄ້າສຳເລັດຮູບອື່ນໆ.
ງານວາງສະແດງຄັ້ງນີ້ ປະກອບມີ: ຜະລິດຕະພັນຈາກແຂວງບໍ່ແກ້ວ, ຫົວພັນ, ຫລວງນ້ຳທາ, ຊຽງຂວາງ, ຫລວງພະບາງ, ໄຊຍະບູລີ ແລະ ນະຄອນຫລວງວຽງຈັນ.
ນອກຈາກນັ້ນຍັງມີສິນຄ້າຈາກ ປະເທດໄທ, ສສ ຫວຽດນາມ, ສປ ຈີນ ແລະ ບັນດາຫ້ອງວາງສະແດງຈາກ 13 ຂະແໜງການອ້ອມຂ້າງແຂວງ ເຂົ້າຮ່ວມ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...