Sunday, 25 March 2018

ເກົາຫຼີເໜືອຍອມເຈລະຈາ 3 ເສົ້າ ລະຫວ່າງເກົາຫຼີໃຕ້ ກັບ ສະຫະລັດອາເມລິກາ

ປະທານາທິບໍດີ ມູນ ແຈ-ອິນ ແຫ່ງເກົາຫຼີໃຕ້ ຖະແຫຼງເມື່ອວັນທີ 21 ມີນາ 2018ວ່າ ເປັນໄປໄດ້ວ່າຈະມີການເຈລະຈາ 3 ເສົ້າ ລະຫວ່າງ ເກົາຫຼີເໜືອ, ເກົາຫຼີໃຕ້ ແລະ ສະຫະລັດອາເມລິກາ ເຊິ່ງຄວນມຸ່ງເນັ້ນສັນຕິພາບ ແລະ ຢຸດຕິໄພຄຸກຄາມຈາກນິວເຄຣຍທີ່ແຫຼມເກົາຫຼີ
ທ່າທີດັ່ງກ່າວໄດ້ມີຂຶ້ນຂະນະທີ່ມີການວິ່ງເຕັ້ນທາງການທູດທັງໃນອາຊີ ຢຸໂຣບ ສະຫະລັດ ເພື່ອຈັດການເຈລະຈາລະຫວ່າງທ່ານ ມູນ ແຈ ອິນ ກັບທ່ານ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອໃນເດືອນເມສາ ແລະ ທ່ານ ຄິມ ຈອງ ອຶນ ກັບປະທານາທິບໍດີ ໂດນັລ ທຣັມ ແຫ່ງສະຫະລັດອາເມລິກາ ພານໃນເດືອນ ພຶດສະພາ ທີ່ຈະຮອດນີ້
ດ້ານສຳນັກຂ່າວເຄຊີເອັນຂອງເກາຫຼີເໜືອຖະແຫຼງວ່າ ເກົາຫຼີເໜືອຍອມເຈລະຈາບໍ່ແມ່ນເພາະຖືກຂວ້ຳບາດ ແຕ່ເພື່ອສ້າງສັນຕິພາບ ແລະ ບໍ່ແມ່ນຄວາມອ່ອນແອຂອງເກົາຫຼີເໜືອ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...