Friday, 9 February 2018
ລັດຢຶດຊັບຈາກການສໍ້ລາດບັງຫຼວງຄືນໄດ້ຫຼາຍພັນຕື້ ພ້ອມມີບົດລົງໂທດຕໍ່ຜູ້ກະທໍາຜິດ
ການສໍ້ລາດບັງຫຼວງຂອງພະນັກງານພັກ-ລັດຍັງເກີດຂຶ້ນຫຼາຍທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດ, ແຕ່ການປາບປາມນັ້ນພັດບໍ່ມີປະສິດທິຜົນເທົ່າທີ່ຄວນ ເຮັດໃຫ້ເກີດການສູນເສຍດ້ານງົບປະມານ ແລະ ຊັບສິນຂອງລັດເຖິງ 5 ພັນຕື້ກີບ, ພ້ອມເງິນຕາຕ່າງປະເທດ 90 ລ້ານໂດລາສະຫະລັດ, 40 ລ້ານບາດໄທ ຈາກການກວດສອບ 734 ເປົ້າໝາຍ. ແຕ່ສາມາດຢຶດຄືນມາໄດ້ 1 ພັນກວ່າຕື້, 70 ລ້ານກວ່າໂດລາສະຫະລັດ ແລະ 30 ລ້ານບາດ, ພ້ອມທັງຢຶດເອົາທີ່ດິນຂອງລັດທີ່ຖືກລັກລອກຂາຍໃຫ້ຄົນລາວ ແລະ ຊາວຕ່າງປະເທດຄືນມາໄດ້ຫຼາຍກວ່າ 10 ພັນເຮັກຕາ. ພ້ອມມີບົດລົງໂທດຕໍ່ພະນັກງານພັກ-ລັດມີສ່ວນຮ່ວມໃນຂະບວນການສໍ້ລາດບັງຫຼວງ 165 ຄົນ ແລະ ໃນນີ້ 38 ຄົນຖືກສານຕັດສິນໃຫ້ຈໍາຄຸກ.
ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດກ່າວວ່າ: ເຈົ້າໜ້າທີ່ລັດໄດ້ສວຍໃຊ້ໜ້າທີ່ຕໍາແໜງສໍ້ໂກງເອົາຊັບສົມບັດຂອງຊາດ, ເອົາດິນເອົາໄມ້ເອົາເງິນເອົາຄໍາ ອັນນີ້ໂຕຈິງຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ການສິຫັນເປັນທັນສະໄໝກໍບໍ່ງ່າຍ ມີພະນັກງານຈໍານວນໜຶ່ງຍັງບໍ່ຮ່ວມມື.
ອົງການກວດສອບລັດຖະບານລາຍງານໄດ້ກວດພົບໂຄງການນອກແຜນປີ 2017 ຈໍານວນ 285 ໂຄງການ ທີ່ແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍ່ລິຄໍາໄຊ, ວຽງຈັນ, ສະຫວັນນະເຂດ, ອັດຕະປື ແລະ ຈໍາປາສັກ ລວມມີມູນຄ່າ 4.483 ຕື້ກີບ ທີ່ຈັດຕັ້ງປະຕິບັດບໍ່ເປັນໄປຕາມລະບຽບກົົດໝາຍ ດ້ານງົບປະມານລາຍຮັບລາຍຈ່າຍ ແລະ ບໍ່ຜ່ານການຮັບຮອງຈາກສະພາແຫ່ງຊາດ, ຊຶ່ງຍັງບໍ່ລວມເຖິງຜົນການລັກລອກຂົນສົ່ງໄມ້ໄປຕ່າງປເທດມູນຄ່າຫຼາຍກວ່າ 2.407 ຕື້ກີບ ໃນສົກປີ 2015-2016, ເມື່ອເປັນແນວນັ້ນຍ່ອມມີການສົມຮູ້ຮ່ວມຄິດກັນທັງພາກສ່ວນພະນັກງານລັດ, ນັກທຸລະກິດພາຍໃນ ແລະ ຕ່າງປະເທດ.
ກ່ອນໜ້ານີ້ກົມການເມືອງສູນກາງພັກ ກໍໄດ້ອອກຄໍາສັ່ງໃຫ້ບັນດາກະຊວງ, ອົງການຈັດຕັ້ງມະຫາຊົນ, ໜ່ວຍງານຂອງພັກລັດ ແລະ ອໍານາດການປົກຄອງແຂວງທົ່ວປະເທດ ໃຫ້ແຕ່ງຕັ້ງຄະນະກໍາມະການຕິດຕາມກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານສະມາຊິກພັກໃນສັງກັດຂອງຕົນຢ່າງໃກ້ຊິດ ດ້ວຍເປົ້າາຍການຈັດແບ່ງຊັ້ນ ແລະ ຄຸນນະພາບໃນການປະຕິບັດໜ້າທີ່ຂອງສະມາຊິກພັກ ແລະ ພະນັກງານລັດໃຫ້ມີປະສິດທິຜົນ.
ຂອບໃຈຂໍ້ມູນຈາກ: © ShareKao
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...

No comments:
Post a Comment