Friday, 9 February 2018
ພາຍຸຫິມະພັດຖະຫລົ່ມ ຍີ່ປຸ່ນ ເສຍຊີວິດເກືອບ 10 ຄົນ
ວັນທີ 9 ກຸມພາທີ່ຜ່ານມາ, ເຈົ້າໜ້າທີ່ ຍີ່ປຸ່ນໃຫ້ຮູ້ວ່າ ພາຍຸຫິມະໄດ້ຕົກລົງມາຢ່າງໜັກຕິດຕໍ່ກັນເປັນເວລາຫລາຍວັນ ໂດຍສະເພາະ ແຂວງອິຊິຄະວະ ແລະ ຟຸຄຸອິ ທາງພາກຕາເວັນຕົກ ສຽງເໜືອຂອງ ປະເທດເຮັດໃຫ້ມີ ຜູ້ເສຍຊີວິດ 7 ຄົນ, ບາດເຈັບ 30 ກວ່າຄົນ ແລະ ສົ່ງຜົນໃຫ້ ລົດໃຫຍ່ 1.500 ກວ່າຄັນ ຕິດຄ້າງ ຢູ່ເທິງຖະໜົນ ເປັນໄລຍະທາງ ຍາວກວ່າ 20 ກິໂລແມັດ, ສະຖານີລົດໄຟ ປະກາດຍົກເລິກ ໃຫ້ບໍລິການ ລົດໄຟ 88 ຖ້ຽວ ແລະ ສະໜາມບິນຍົກເລິກ 42 ຖ້ຽວ. ລ້າສຸດ ກອງກຳລັງ ປ້ອງກັນຕົນເອງ ຂອງຍີ່ປຸ່ນ ໄດ້ລະດົມກຳລັງ ຊ່ວຍກວາດຫິມະ ເພື່ອເປີດພື້ນທີ່ ການຈາລະຈອນ. /.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...

No comments:
Post a Comment