Tuesday, 6 February 2018
ອິນໂດເນເຊຍ ກຽມພ້ອມຮັບມືກັບອຸທົກກະໄພ
ວັນທີ 5 ກຸມພາປີທີ່ຜ່ານມານີ້, ອິນໂດເນເຊຍ ກຽມພ້ອມຮັບມື ກັບ ອຸທົກກະໄພ ຫລັງຈາກເກີດຝົນຕົກຢ່າງໜັກ ແລະ ດິນເຈື່ອນຢ່າງໜ້ອຍ 4 ແຫ່ງໃນອ້ອມຮອບນະຄອນຫລວງ ຈາກາຕາ ອາດສົ່ງຜົນໃຫ້ເກີດນ້ຳຖ້ວມກະທັນຫັນ ພາຍຫລັງ ເຈົ້າໜ້າທີ່ ຕ້ອງເປີດປະຕູ ລະບາຍນ້ຳ ຫລາຍແຫ່ງ ອອກຈາກ ອ່າງເກັບນ້ຳສຳຄັນ ທີ່ເມືອງໂບກຣໍ ທາງພາກເໜືອ ຂອງປະເທດ ເນື່ອງຈາກ ລະດັບນ້ຳໃນອ່າງ ເພີ່ມຂຶ້ນສູງ ຈົນເກີນລະດັບ ທີ່ຈະຮັບເອົາໄວ້ແລ້ວ. ຂະນະນີ້ ປະຊາຊົນ ບາງສ່ວນ ອົບພະຍົບ ອອກຈາກເຮືອນແລ້ວ ເພື່ອຍ້າຍໄປຢູ່ໃນເຂດທີ່ປອດໄພ. ສ່ວນເຈົ້າໜ້າທີ່ຕຳຫລວດ ແລະ ທະຫານ ພວມເຮັດວຽກ ຮ່ວມກັບ ອາສາສະໝັກ ໃນການຮັບມື ກັບໄພພິບັດ ທາງທຳມະຊາດ ໃນຄັ້ງນີ້./.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...

No comments:
Post a Comment