Tuesday, 6 February 2018

ສະໜາມບິນດູໄບ ຄອງຕຳແໜ່ງຜູ້ໂດຍສານສາກົນຫລາຍທີ່ສຸດ


ວັນທີ 5 ເດືອນກຸມພາ, ສະໜາມບິນ ນານາຊາດດູໄບ ຂອງສະຫະນະຄອນ ອາຣັບເອເມເຣັດ (ຢູເອອີ) ຄອງຕຳແໜ່ງ ສະໜາມບິນ ທີ່ມີຜູ້ໂດຍສານ ສາກົນ ໃຊ້ບໍລິການ ຫລາຍທີ່ສຸດ ໃນໂລກ ເປັນປີທີ 4 ຕິດຕໍ່ກັນ, ປີກາຍນີ້ ມີຜູ້ໂດຍສານ ສາກົນ ໃຊ້ບໍລິການ ທັງໝົດ 88,2 ລ້ານເທື່ອຄົນ, ເພີ່ມຂື້ນ 5,5% ເມື່ອທຽບໃສ່ປີກ່ອນ ໂດຍສະເພາະ ຜູ້ໂດຍສານ ຊາວຣັດເຊຍ ລວມມີ 1,3 ລ້ານເທື່ອຄົນ, ເພີ່ມຂຶ້ນ 28% , ຊາວຈີນ 2,2 ລ້ານຄົນ ເພີ່ມຂື້ນ 19,4% ແລະ ອື່ນໆ ເນື່ອງຈາກ ຢູເອອີ ໄດ້ຫລຸດຜ່ອນ ການກວດກາ ໜັງສືເດີນທາງລົງ(ວິຊ້າ) ໃຫ້ຊາວຣັດເຊຍ ໃນປີ 2017 ແລະ ຊາວຈີນ ໃນປີ 2016. ຂະນະທີ່ ອິນເດຍ ຍັງເປັນຜູ້ໂດຍສານສາກົນຂະໜາດໃຫຍ່ທີ່ສຸດຂອງສະໜາມບິນດູໄບ ລວມມີເຖິງ 12,06 ລ້ານເທື່ອຄົນ ເພີ່ມຂື້ນ 5,4%./. 

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...