ຄູເໝືອນກັບແມ່ຄົນທີ 2 ຂອງລູກ
ຜູ້ທີ່ສິດສອນຊຸກຍູ້ໃຫ້ ລູູກສິດເປັນຄົນຮູ້ຜູ້ດີ ແລະ
ເປັນອະນາຄົດຂອງຊາດເຊັ່ນດຽວກັບແມ່ແທ້ໆ, ເຊິ່ງແນ່ນອນຄູມີສິດໄດ້ຮັບນະໂຍບາຍຕ່າງໆ
ຕາມກົດໝາຍ ແລະ ລະບຽບການຂອງລັດຄືກັບ ລັດຖະກອນບໍລິການທົ່ວໄປ ແລະ ນະໂຍບາຍອື່ນໆ.
ດັ່ງນັ້ນ.
ອີງຕາມຂໍຕົກລົງຂອງລັດຖະມົນຕີ
ວ່າດ້ວຍການຮັບຮອງ ແລະ
ປະກາດໃຊ້ຄູ່ມືແນະນໍາການປະເມີນຜົນການປະຕິບັດໜ້າທີ່ວຽກງານຂອງລັດຖະກອນຄູ
(ສະບັບປັບປຸງ) ໝວດທີ 4 ມີດັ່ງນີ້:
#ມາດຕາທີ 15 ໂຄງສ້າງເງິນເດືອນຄູ: ປະກອບມີ 5 ຊັ້ນ, 95 ຂັ້ນ
ແລະ 95 ດັດສະນີ ດັ່ງນີ້:
-ຊັ້ນທີ I ປະກອບດ້ວຍ 25 ຂັ້ນ, ແຕ່ດັດສະນີ 156 ເຖິງ 306.
-ຊັ້ນທີ II ປະກອບດ້ວຍ 15 ຂັ້ນ, ແຕ່ດັດສະນີ 209 ເຖິງ 365.
-ຊັ້ນທີ III ປະກອບດ້ວຍ 15 ຂັ້ນ, ແຕ່ດັດສະນີ 260 ເຖິງ 472.
-ຊັ້ນທີ IV ປະກອບດ້ວຍ 15 ຂັ້ນ, ແຕ່ດັດສະນີ 308 ເຖິງ 538.
-ຊັ້ນທີ V ປະກອບດ້ວຍ 25 ຂັ້ນ, ແຕ່ດັດສະນີ 389 ເຖິງ 859.
#ມາດຕາທີ 16 ການຈັດເຂົ້າຊັ້ນ-ຂັ້ນເງິນເດືອນຂອງຄູ
ຄູໃໝ່ທຸກຄົນ ຈະໄດ້ຮັບການບັນຈຸເຂົ້າຊັ້ນໜຶ່ງ ຕາມປະກາດສະນີຍະບັດ ແລະ ວຸດທິການສຶກສາດັ່ງນີ້:
1.ຊັ້ນຕົ້ນ ແລະ ທຽບເທົ່າ: ເລີ່ມຕົ້ນຊັ້ນ 1, ຂັ້ນ 1 ເຖິງ 4, ດັດສະນີ 156 ເຖິງ 165.
2.ຊັ້ນກາງ ແລະ ທຽບເທົ່າ: ເລີ່ມຕົ້ນຊັ້ນ 1, ຂັ້ນ 7 ເຖິງ 9, ດັດສະນີ 180 ເຖິງ 190.
3.ຊັ້ນສູງ ຫຼື ອະນຸປປະລິນຍາ ແລະ ທຽບເທົ່າ: ເລີ່ມຕົ້ນຊັ້ນ 1, ຂັ້ນ 13 ເຖິງ 15, ດັດສະນີ 212 ເຖິງ 226.
4.ປະລິນຍາຕີ ແລະ ທຽບເທົ່າ: ເລີ່ມຕົ້ນຊັ້ນ 1, ຂັ້ນ 16 ເຖິງ 17, ດັດສະນີ 233 ເຖິງ 240.

5.ເໜືອປະລິນຍາຕີ: ເລີ່ມຕົ້ນຊັ້ນ 1, ຂັ້ນ
17 ເຖິງ
18, ດັດສະນີ
240 ເຖິງ
247.
6.ປະລິນຍາໂທ ແລະ ທຽບເທົ່າ: ເລີ່ມຕົ້ນຊັ້ນ 1, ຂັ້ນ 18 ເຖິງ 19, ດັດສະນີ 247 ເຖິງ 254.
7.ເໜືອປະລິນຍາໂທ: ເລີ່ມຕົ້ນຊັ້ນ 1, ຂັ້ນ 19 ເຖິງ 20, ດັດສະນີ 254 ເຖິງ 261.
8.ປະລິນຍາເອກ ແລະ ທຽບເທົ່າ: ເລີ່ມຕົ້ນຊັ້ນ 1, ຂັ້ນ 21 ເຖິງ 22, ດັດສະນີ 270 ເຖິງ 279.
9.ເໜືອປະລິນຍາເອກ: ເລີ່ມຕົ້ນຊັ້ນ 1, ຂັ້ນ 22 ເຖິງ 23, ດັດສະນີ 279 ເຖິງ 288.

ດັ່ງນັ້ນ, ຄູທີ່ໄດ້ຮັບຕໍ່າແໜ່ງວິຊາການ ແລະ ນາມມະຍົດ
ຖານເງິນເດືອນຂອງຜູ້ກ່ຽວຈະປັບປ່ຽນໄປຕາມຊັ້ນ-ຂັ້ນເງິນເດືອນຂອງຄູ ຕາມແຕ່ລະກໍລະນີ, ສ່ວນການຄິດໄລ່
ແລະ ການທຽບຊັ້ນ-ຂັ້ນເງິນເດືອນຂອງຄູ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ
ເປັນຜູ້ແນະນໍາລະອຽດ.

No comments:
Post a Comment