Sunday, 4 February 2018
ມອບ-ຮັບ ສູນຝຶກອົບຮົມພະນັກງານຄຸ້ມຄອງວິທະຍາສາດ-ເຕັກໂນໂລຊີ
ສູນຝຶກອົບຮົມພະນັກງານຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີແຫ່ງ ສປປ ລາວ ໄດ້ມີຂຶ້ນ ໃນວັນທີ 4 ກຸມພາ 2018 ນີ້ ທີ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ທ່ານ ຈູ ຫງອກ ແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ, ໂດຍການເຂົ້າຮ່ວມແລະ ເປັນກຽດຕັດແຖບຜ້າເປີດສູນອົບຮົບຢ່າງເປັນທາງການ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫງວຽນ ຊັວນ ຟຸກ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມແຂກຖືກເຊີນ ທັງຝ່າຍ ລາວ ແລະ ຫວຽດນາມ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຈູ ຫງອກ ແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ໄດ້ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງດັ່ງກ່າວ, ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນກັນຍາ 2015 ແລະ ສຳເລັດໃນເດືອນທັນວາ 2017 ລວມມູນຄ່າການກໍ່ສ້າງ ທັງໝົດ 98 ກວ່າຕື້ດົງໃນນີ້ງົບປະມານຊ່ວຍເຫລືອລ້າ ຈາກລັດຖະບານ ຫວຽດນາມ ໃນມູນຄ່າ 89 ກວ່າຕື້ດົງ, ງົບປະມານສົມທົບຈາກລັດຖະບານລາວ ມູນຄ່າເກືອບ 9 ຕື້ດົງ. ໂຄງການດັ່ງກ່າວ, ຈະຮັບປະກັນທາງດ້ານໂຄງລ່າງຮັບໃຊ້ວຽກງານຄົ້ນຄວ້າວິທະຍາສາດ, ການສິດສອນພະນັກງານຄຸ້ມຄອງວິທະນາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ, ສາມາດຮອງຮັບໄດ້ປະມານ 600-800 ເທື່ອຄົນ/ປີ. ໃນນີ້, ມີສະຖານທີ່ເຮັດວຽກໃຫ້ແກ່ພະນັກງານ, ຄູອາຈານ ແລະ ນັກຄົ້ນຄວ້າໄດ້ປະມານ 70 ກວ່າຄົນ. ສູນຝຶກອົບຮົມດັ່ງກ່າວ, ພາຍຫລັງເປີດນຳໃຊ້ຈະເປັນສະຖານທີ່ ໃຫ້ແກ່ການຄົ້ນຄວ້າວິທະຍາສາດ ແລະຝຶກອົບຮົມພະນັກງານ ທີ່ມີລະດັບມະຫາວິທະຍາໄລ, ເໜືອມະຫາວິທະຍາໄລ ລົງເລິກຂະແໜງການກ່ຽວກັບການຄຸ້ມຄອງວິທະຍາສາດທີ່ສຳຄັນ, ຕອບສະໜອງໜ້າທີ່ ແລະ ຈຸດມຸ້ງໝາຍຂອງການພັດທະນາຂອງກະຊວງວິທະຍາສາດ-ເຕັກໂນໂລຊີ ແລະ ອື່ນໆ.
ພ້ອມດຽວກັນນັ້ນ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ກໍໄດ້ຂຶ້ນມີຄຳເຫັນ ຕີລາຄາສູງຕໍ່ໂຄງການດັ່ງກ່າວ, ຖືເປັນສັນຍາລັກແຫ່ງການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ສູນຝຶກອົບຮົມນີ້ຈະເປັນພື້ນຖານໃຫ້ແກ່ການຄົ້ນຄວ້າ ແລະ ຝຶກອົບຮົມພະນັກງານຄຸ້ມຄອງວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ສາມາດຕອບສະໜອງຄວາມຕ້ອງການໄດ້ເທື່ອລະກ້າວ; ສະແດງຄວາມຂອບໃຈຕໍ່ລັດຖະບານ ກໍຄືກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອແກ່ ສປປ ລາວ ໃນທຸກຂະແໜງການ ໂດຍສະເພາະຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂຶ້ນໄປເລື້ອຍໆ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...



No comments:
Post a Comment