Sunday, 4 February 2018
ເປີດໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ກ້ອນຕື່ນ - ຫ້ວຍແກ້ວ
ໂຄງການກໍ່ສ້າງຂົວນໍ້າຂອງ ກ້ອນຕື່ນ - ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວ, ເປັນໂຄງການທີ່ນອນຢູ່ໃນເສັ້ນທາງຫຼວງຂອງແຂວງບໍ່ແກ້ວ ໝາຍເລກ 2243 ສ້າງຂຶ້ນເພື່ອເຊື່ອມຈອດລະຫວ່າງບ້ານ ກ້ອນຕື່ນ - ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວ ແລະ ເຊື່ອມຈອດຕິດຊາຍແດນເມືອງຄອບ ແຂວງໄຊຍະບູລີ. ເຊິ່ງເປັນເສັ້ນທາງທີ່ມີໄລຍະສັ້ນທີ່ສຸດຈາກແຂວງບໍ່ແກ້ວໄປສູ່ນະຄອນຫຼວງວຽງຈັນ ໂດຍຜ່ານແຂວງໄຊຍະບູລີ, ໂຄງການດັ່ງກ່າວມີໂຄງສ້າງອອກແບບເປັນຂົວປະສົມ, ພາກສ່ວນລຸ່ມເປັນເບຕົງເສີມເຫຼັກ, ມີ 8 ເສົາ, ໃນນີ້ເສົາກາງນໍ້າ 6 ເສົາ ແລະ ສ່ວນເທິງເປັນໂຄງສ້າງຂາງເຫຼັກ ມີ 7 ຊ່ວງ, ຊ່ວງກາງນໍ້າມີຄວາມຍາວ 110 ແມັດ, ຄວາມຍາວຂອງຂົວ 505 ແມັດ, ຄວາມກ້ວາງຂອງຂົວ 12 ແມັດ, ທາງລົດແລ່ນ 7,9 ແມັດ, ທາງຄົນຍ່າງກວ້າງເບື້ອງລະ 1,8 ແມັດ, ໜ້າຂົວປູດ້ວຍເບຕົງເສີມເຫຼັກ ແລະ ປູທັບດ້ວຍຢາງຂົວອັດສະຟານ ໜາ 5 ຊັງຕີແມັດ, ມີທາງເຂົ້າຂົວ 2 ສົ້ນ ຍາວທັງໜ້າ 3,2 ກິໂລແມັດ, ປູຢາງ 2 ຊັ້ນ, ກວ້າງ 9 ແມັດ, ມູນຄ່າການກໍ່ສ້າງທັງໝົດເກືອບ 300 ຕື້ກີບ, ໂດຍແມ່ນການລົງທຶນຂອງລັດຖະບານ ໄລຍະການກໍ່ສ້າງແມ່ນ 36 ເດືອນ ໂດຍເລີ່ມແຕ່ວັນທີ 12 ຕຸລາ 2017 – 12 ກັນຍາ 2020 ຮັບເໝົາກໍ່ສ້າງໂດຍລັດວິສາຫະກິດກໍ່ສ້າງຄົມມະນາຄົມ.
ພິທີເປີດໂຄງການກໍ່ສ້າງຂົວຂ້າມນໍ້າຂອງດັ່ງກ່າວ ແມ່ນໄດ້ຈັດຂື້ນໃນວັນທີ 2 ກຸມພາ 2018 ທີ່ເມືອງປາກທາ ເຂົ້າຮ່ວມໂດຍທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວ, ມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ລັດຖະມົນຕີກະຊວງໂຍທາ ແລະ ຂົນສົ່ງ, ຫົວໜ້າກົມຂົວທາງ, ຫົວໜ້າພະແນກການທີ່ກ່ຽວຂ້ອງຈາກ 2 ແຂວງ ເຂົ້າຮ່ວມ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...



No comments:
Post a Comment