Thursday, 1 February 2018

ນາຍົກລັດຖະມົນຕີສົ່ງສານອວຍພອນກອງປະຊຸມເວທີປຶກສາຫາລືການຮ່ວມມື ລາວ-ຈີນ ໜຶ່ງແລວ ໜຶ່ງເສັ້ນທາງ


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນກອງປະຊຸມເວທີປຶກສາຫາລືການຮ່ວມມື ລາວ-ຈີນ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນໄລຍະ ວັນທີ 2-3 ກຸມພາ 2018 ນີ້ ເຊ່ິງມີເນື້ອໃນດັ່ງນີ້:
ເນື່ອງໃນໂອກາດການຈັດກອງປະຊຸມ ເວທີປຶກສາຫາລືການຮ່ວມມື ລາວ-ຈີນ ໜຶ່ງແລວ ໜຶ່ງເສັ້ນທາງ, ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວ ຂໍສະແດງຄວາມຂ່ຳນັບຊົມເຊີມຢ່າງຈິງໃຈ ແລະ ສົ່ງອວຍພອນໄຊອັນປະເສີດ ມາຍັງບັນດາຄະນະຜູ້ແທນ ແລະ ຄະນະຮັບຜິດຊອບຈັດຕັ້ງກອງປະຊຸມໃນຄັ້ງນີ້.
ກອງປະຊຸມເວທີປຶກສາຫາລືການຮ່ວມມືດັ່ງກ່າວ ເປັນການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມເວທີປຶກສາຫາລືຂັ້ນສູງວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ຖືກຈັດຂຶ້ນຢູ່ນະ ຄອນຫລວງປັກກິ່ງ, ສປ ຈີນ ໃນເດືອນພຶດສະພາ 2017 ຜ່ານມາ ເຊິ່ງທ່ານ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ໃຫ້ກຽດເຂົ້າຮ່ວມ. ພ້ອມດຽວກັນນັ້ນ, ກອງປະ ຊຸມຄັ້ງນີ້ ຍັງເປັນການຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມລາວ ຂອງທ່ານ ສີ ຈິ້ນ ຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໃນເດືອນພະຈິກ 2017 ກໍຄືເປັນການຮັດແໜ້ນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ແລະ ການເປັນຄູ່ຮ່ວມຊະຕາກຳໃຫ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຕາມທິດ 4 ດີ ກໍຄື ເປັນເພື່ອນບ້ານໃກ້ຄຽງທີ່ດີ, ເປັນເພື່ອນມິດທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ກອງປະຊຸມເວທີປຶກສາຫາລືການຮ່ວມມື ລາວ-ຈີນ ໜຶ່ງແລວ ໜຶ່ງເສັ້ນທາງ ໃນຄັ້ງນີ້ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ, ຂໍອວຍ ພອນໃຫ້ບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ແລະ ຄະນະຮັບຜິດຊອບຈັດກອງປະຊຸມຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໜ້າທີ່ອັນມີກຽດຂອງພວກທ່ານ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...