ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ກ່າວຫຼັງເຂົ້າຮ່ວມເປັນສັກຂີພິຍານຖ້ຽວບິນທົດລອງຂອງຍົນຖິ້ມລະເບີດທາງຍຸດທະສາດໃໝ່ຫຼ້າສຸດຂອງຣັດເຊຍ ຕູ – 160 ບົ່ງຊີ້ວ່າຣັດເຊຍ ອາດຈະຄືນຊີີບຍົນໂດຍສານໄວເໜືອສຽງ ລະບຸຈາກສະຖານະການປັດຈຸບັນມີທ່າອ່ຽງຢູ່ລອດໄດ້ໃນທາງການຄ້າ.
ຣັດເຊຍ ເຄີຍມີຍົນໂດຍສານ ຄວາມໄວເໜືອສຽງ ຫຼື ຊຸບເປີໂຊນິກມາກ່ອນນັ້ນຄື ຕູ – 144 ແຕ່ມັນຢູ່ໃນປະຕິບັດການໄດ້ບໍ່ເຖິງທົດສະວັດ ແລະ ຕ້ອງຖືກຍົກເລີກໄປເນື່ອງຈາກບໍ່ເໝາະສົມກັບສະພາບເສດຖະກິດ, ຈຸດຈົບແບບດຽວກັນກັບຂອງຍົນໂດຍສານຄວາມໄວເໜືອສຽງທີ່ເກີດຂຶ້ນພາຍໃຕ້ຄວາມຮ່ວມມືລະຫວ່າງອັງກິດ ແລະ ຝຣັ່ງ ເຊິ່ງມີຂຶ້ນເທື່ອສຸດທ້າຍໃນປີ 2003.
ຫຼັງຈາກຮ່ວມເປັນສັກຂີພິຍານຖ້ຽວບິນທົດລອງຍົນຖິ້ມລະເບີດທາງຍຸດທະສາດຄວາມໄວເໜືອສຽງ ຕູ – 160 ທ່ານ ປູຕິນ ຊີ້ບອກວ່າອາດຈະໄດ້ເຫັນການຟື້ນຄືນຊີບຍົນໂດຍສານໄວເໜືອສຽງ ຊູເປີໂຊນິກ ໃນສະພາບເສດຖະກິດປັດຈຸບັນ.
ຕູ – 144 ຢຸດຜະລິດຊົ່ວຄາວເນື່ອງຈາກຄ່າປີ້ຂອງສາຍການບິນໜຶ່ງຈໍາເປັນຕ້ອງຄໍານຶງເຖິງເງິນເດືອນສະເລ່ຍໃນແຕ່ລະປະເທດ, ສະຖານະການຕອນນີ້ແຕກຕ່າງຈາກອະດີດ ເພາະມີບໍລິສັດໃຫຍ່ໆສາມາດປະຕິບັດການຍົນລັກສະນະນີ້ໄດ້ ແລະ ຣັດເຊຍ ອາດຈະຜະລິດເວີຊັນຍົນພົນລະເຮືອນ ຕູ – 160.
ທີ່ມາ ເສດຖະກິດການຄ້າ
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...

No comments:
Post a Comment