ສະຫລົດໃຈ ວັນທີ 5 ກຸມພາ 2018 ເວລາປະມານ 5:30 ເກີດເຫດຄວາຍຊົນຄົນຕາຍ 2 ຄົນ ຢູ່ບ້ານສະກ້າ.ເມືອງໂພນໂຮງ..ແຂວງວຽງຈັນ
ຈາກການບອກເລົ່າຂອງປະຊາຊົນ ໃຫ້ຮູ້ວ່າ ປົກກະຕິ ຄວາຍໂຕນີ້ແມ່ນຄຳຮູ້ ແລະ ບໍ່ເຄີຍ ມີພຶດຕິກຳແບບນີ້ມາກ່ອນ. ແຕ່ມື້ນີ້ມັນງຸດງິດ ແລະ ໃຊ້ເຂົາຊິດ ທໍາຮ້າຍຄົນ ຈົນເກີດເຫດ ສະຫຼົດ.
ຄວາຍດັ່ງກ່າວແມ່ນໄດ້ ທໍາຮ້າຍເຈົ້າຂອງກ່ອນ, ແລະ ມີຄົນທີ່ໃກ້ຄຽງເຫັນ ໄດ້ພະຍາຍາມ ຈະເຂົ້າໄປຊ່ວຍ ແຕ່ສຸດທ້າຍ ກໍ່ຖືກຄວາຍທຳຮ້າຍ ຕາຍທັງສອງ. ຈາກນັ້ນປະຊາຊົນ ຈິ່ງໄດ້ ພາກັນມາຊ່ວຍ ແລະ ຂ້າຄວາຍໂຕດັ່ງກ່າວ.
ສະແດງຄວາມເສຍໃຈນຳຂອບຄົວຜູ້ເສຍຊີວິດດ້ວຍ R I P.




No comments:
Post a Comment