Monday, 29 January 2018

ຂ້າປາດຄໍສາວຕາຍຄາຫ້ອງພັກ




ໃນວັນທີ27/1/2018ທີ່ຜ່ານມາ ເວລາ17ໂມງ ໜ່ວຍກູ້ໄພນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ1624ວ່າ ມີຄົນນອນເສຍຊິວິດຢູ່ ຫ້ອງພັກແຫ່ງໜຶ່ງ ເຂດເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ດັ່ງນັ້ນໜ່ວຍກູ້ໄພນະຄອນຫຼວງຈຶ່ງອອກກວດສອບເຫດພົບຜູ້ຍິງສະພາບນອນເປືອຍກາຍເສຍຊິວິດ ຈຶ່ງໄດ້ປະສານຫາເຈົ້າໜ້າທີ່ຕຳຫຼວດພິສູດຫຼັກຖານ ເພື່ອລົງເກັບກຳຂໍ້ມູນ ເຊິ່ງອາການຜູ້ເສຍຊິວິດແມ່ນ ຖືກປາດຄໍ ເຮັດໃຫ້ເສຍເລືອດຫຼາຍ. 
ດັ່ງນັ້ນເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ກວດກາຊັບສິນຕິດໂຕພົບເຫັນ ໜັງສືຜ່ານແດນ ອອກຊື່ ນາງສັນຕິສຸກ ລໍວັນເຮືອງ,ໂທລະສັບ2ໜ່ວຍ,ພ້ອມເງິນຈຳນວນ1.ເຊິ່ງເກັບໄວ້ເປັນຂໍ້ມູນເພື່ອຕິດຕໍ່ຫາພີ່ນ້ອງ
ສ່ວນຜູ້ເສຍຊິວິດແມ່ນໜ່ວຍກູ້ໄພນະຄອນຫຼວງໄດ້ນຳສົ່ງໄວ້ໂຮງເຢັນວັດຈີນ ບ້ານດົງປະແຫຼບ ນະຄອນຫຼວງວຽງຈັນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...