Monday, 29 January 2018

ແຂວງບໍ່ແກ້ວ ເປີດປີທ່ອງທ່ຽວລາວ-ເທດສະການດອກງິ້ວບານຄຶກຄື້ນ





ຂປລ.ໃນຕອນແລງຂອງວັນທີ 27-29 ມັງກອນ 2018, ແຂວງບໍ່ແກ້ວ ໄດ້ຈັດງານເປີດປີທ່ອງທ່ຽວລາວ 2018 ແລະ ເທດສະການດອກງິ້ວບານ ຄັ້ງທີ 18 ຢູ່ດອນຊາວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍມີທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງການເງິນ, ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ, ພ້ອມດ້ວຍອະດີດການນຳພັກ-ລັດ, ບັນດາແຂກຖືກເຊີນ ແລະ ມວນຊົນຊາວແຂວງບໍ່ແກ້ວເຂົ້າຮ່ວມຢ່າງຫລວງຫລາຍ.
ທ່ານ ຄຳພັນ ເຜີຍຍະວົງ ກ່າວວ່າ: ງານເທດສະການດອກງິ້ວບານປີນີ້ ໄດ້ຈັດຂຶ້ນພ້ອມກັບການສະເຫລີມສະຫລອງການສ້າງຕັ້ງເຂດເສດຖະກິດພິເສດ 3 ຫລ່ຽມຄຳ ຄົບຮອບ 10 ປີ ຕິດພັນກັບການເປີດປີທ່ອທ່ຽວລາວ 2018 ຢູ່ແຂວງບໍ່ແກ້ວ ກໍຄືທີ່ດອນຊາວ ດິນແດນທີ່ມີຊື່ລືນາມວ່າ (ປ່າດອກງິ້ວບານ) ເຊິ່ງເປັນມູນເຊື້ອ ແລະ ຮີດຄອງປະເພນີອັນດີງາມທີ່ຕົກທອດກັນມາແຕ່ດົນນານ ຂອງປະຊາຊົນບັນດາ ເຜົ່າ ເມືອງຕົ້ນເຜິ້ງ ແລະ ຊາວແຂວງບໍ່ແກ້ວ. ແຂວງບໍ່ແກ້ວ ໄດ້ຖືເອົາວຽກງານພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ດັ່ງຄຳຂັວນຂອງປີທ່ອງທ່ຽວາວປີນີ້ “ທ່ອງທ່ຽວເມືອງລາວ ຮຽນຮູ້ປະຫວັດສາດລາວ ຊື່ນຊົມທຳມະຊາດ ແລະ ອະນຸລັກສົ່ງເສີມວັດທະນະທຳ” ໂດຍຖືເອົາການພົວພັນຮ່ວມມື ກັບບັນດາປະເທດອານຸພາກພື້ນ ແລະ ສາກົນຢ່າງກວ້າງຂວາງ.
ແຂວງບໍ່ແກ້ວ ຍັງໄດ້ຖືເອົາວຽກງານການທ່ອງທ່ຽວເປັນບູລິມະສິດໜຶ່ງ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເປັນຂະແໜງໜຶ່ງທີ່ພາໃຫ້ມີທຶນສະສົມ ແລະ ໝູນວຽນເງິນຕາເປັນຢ່າງດີ, ທັງສ້າງວຽກເຮັດງານທຳໃຫ້ປະຊາຊົນໃນຂົງເຂດບໍລິການ ແລະ ການຜະລິດ ໂດຍສະເພາະການຜະລິດກະສິກຳ ແລະ ຫັດຖະກຳ ເພື່ອອອກສົ່ງອອກກັບທີ່ ແລະ ກະຈາຍລາຍຮັບລົງສູ່ປະຊາຊົນເຂດຫ່າງໄກສອກຫລີກ. ໃນປີ 2017 ຜ່ານມາ ມີນັກທ່ອງທ່ຽວເຂົ້າທ່ຽວແຂວງບໍ່ແກ້ວ 216.000 ກວ່າເທື່ອຄົນ ແລະ ຄາດຄະເນປີ 2018 ຈະມີນັກທ່ອງທ່ຽວເຂົ້າມາທ່ຽວ ປະມານ 300.000 ເທື່ອຄົນ.
ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄຳ ກ່າວວ່າ: ປີ 2018 ເປັນປີທ່ອງທ່ຽວຂອງລາວກໍພໍດີເປັນປີ ສປ ຈີນ ປະຕິບັດ ໜຶ່ງແລວທາງ ໜຶ່ງເສັ້ນທາງ, ພວກເຮົາຢ່າເສຍໂອກາດ ເພາະເວລາບໍ່ຫວນກັບ. ສະນັ້ນ, ພາຍໃນ 3 ປີຕໍ່ໜ້າ ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ຍັງຈະສືບຕໍ່ລົງທຶນຢ່າງມະຫາສານ ແລະ ສົ່ງເສີມ ການລົງທຶນເຂົ້າໃນຂົງເຂດພື້ນຖານໂຄງລ່າງ, ແຫລ່ງທ່ອງທ່ຽວ, ນັບທັງພື້ນຖານຖານການບໍລິການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ວັດທະ ນະທຳ, ການປຸງແຕ່ງ, ການຂົນສົ່ງ, ການກະສິກຳ ແລະ ອື່ນໆ ໃຫ້ມີການພັດທະນາຫລາຍຂຶ້ນ.
ງານເທດສະການດອກງິ້ວບານ ທີ່ດອນຊາວ ໄດ້ຈັດຂຶ້ນໃນໄລຍະທ້າຍເດືອນມັງກອນຂອງທຸກໆປີ ເລີ່ມແຕ່ ປີ 2000 ເປັນຕົ້ນມາ ໃນຂະນະທີ່ດອກງິ້ວພວມເບັ່ງບານເປັນສີແດງເປັ່ງປະກາຍຄວາມໂດດເດັ່ນໄປທົ່ວດອນ. ດອນແຫ່ງນີ້ຕັ້ງຢູ່ຈຸດໃຈກາງຂອງແມ່ນ້ຳຂອງ ມີຄວາມຍາວປະມານ 3 ກິໂລແມັດ ເຊິ່ງມີຕົ້ນງິ້ວປ່າຈຳນວນຫລວງຫລາຍຢັ້ງຢາຍຢູ່ທົ່ວດອນ, ງານເທດສະການດອກງິ້ວບານ ແມ່ນເພື່ອເປັນການອານຸລັກຕົ້ນດອກງິ້ວ ແລະ ວັດທະນະທຳ ຮີດຄອງປະເພນີລາວ, ທັງເປັນແຫລ່ງທ່ອງທ່ຽວທາງທຳມະຊາດ ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວເມືອງຕົ້ນເຜິ້ງໃຫ້ຫລາຍຂຶ້ນ. ງານເປີດປີທ່ອງທ່ຽວລາວ 2018 ແລະ ເທດສະການດອກງິ້ວບານ ຄັ້ງທີ 18 ຢູ່ດອນຊາວ ໄດຈັດໃຫ້ມີຫລາຍກິດຈະກຳ ເປັນຕົ້ນ ການສະແດງສິລະປະວັນນະຄະດີ ຈາກແຂວງແຂວງ ແລະ ສູນກາງ, ການປະກວດນາງສາວດອກງິ້ວບານ, ການແຂ່ງ ຂັນກິລາ ແລະ ງານວາງສະແດງສິນຄ້າ ກະສິກຳ, ຫັດຖະກຳ ແລະ ອື່ນໆ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...