Tuesday, 16 January 2018

ຜູ້​​ໂຕນ​ໜີ​ຊາວ​ເກົາຫຼີ​ເໜືອ ໄດ້ອອກມາຖະແຫຼງຂ່າວ ຫຼັງຈາກຈີນ ໄດ້ສົ່ງໃຫ້ຄອບຄົວ ຂອງລາວກັບປະເທດ


ທ່ານ​ລີ ​ເຕ ຫວັນ ຈາກ​ເກົາຫຼີ​ເໜືອ ທີ່​ຍັງ​ຢືນຢັນ​ເຖິງ​ຄວາມ​ຜິດ ກ່ຽວ​ກັບ​ຄວາມ​ພະຍາຍາມ
​ທີ່​ຈະ​ນຳ​ເອົາ​ພັນ​ລະ​ຍາ​ຂອງ​ລາວ ​ແລະ​ລູກ​ຂອງ​ລາວ ​ໄປ​ຍັງ​ເກົາຫຼີໃຕ້, ຊຶ່ງ ຍັງ​ຜົນ​ໃຫ້
ມີ​ການຖືກ​ບັງຄັບ​ໃຫ້​ກັບ​ຄືນ​ບ້ານ​ແລະ​ເບິ່ງ​ຄື​ວ່າ ​ເຂົາ​ອາດ​ຈະ​ຖືກຕິດ​ຄຸກ ​ແລະ​ອາດ​
ຈະ​ຖືກ​ປະຫານ​ໃນເກົາຫຼີ​ເໜືອ.
“ມັນ​ບໍ່ມີ​ຫຍັງ​ທີ່​ຂ້າພ​ະເຈົ້າຈະສາມາດ​ເວົ້າ​ກັບ​ພວກ​ເຂົາ​ເຈົ້າວ່າ ຂ້າພະ​ເຈົ້າ​ຂໍ​ໂທດ.
ຂ້າພະ​ເຈົ້າ​ຂໍ​ໂທດ​ຕໍ່​ລູກ​ຊາຍ ​ແລະ​ພັນ​ລະ​ຍາ. ຂ້າພະ​ເຈົ້າ​ຂໍໂທດ​ແທ້ໆ​ເພາະວ່າ ມັນ​ບໍ່​
ມີ​ຫຍັງ​ທີ່​ຂ້າພະ​ເຈົ້າ​ສາມາດ​ເຮັດ​ໄດ້. ມັນ​ບໍ່​ມີ​ຫຍັງ​ທີ່​ຂ້າພະ​ເຈົ້າ​ສາມາດ​ເວົ້າ​ໄດ້,”

ຊຶ່ງ​ທ່ານ​ລີ ​ໄດ້​ກ່າວ​ໄວ້.
ທ່ານຈິ ຊຶງ-ໂຮ (Ji Seong-ho), ກາງ, ຜູ້ໂຕນໜີຈາກເກົາຫຼີເໜືອ ໄປຢູ່ເກົາຫຼີໃຕ້ແລະປະທານາທິບໍດີ ແລະປະທານ ຂອງອົງການ (Now Action & Unity for Human Rights), ທີ່ເຂົ້າຮ່ວມການຊຸມນຸມປະທ້ວງ ລາວ ທີ່ສົ່ງພວກທີ່ໂຕນໜີຈາກເກົາຫຼີເໜືອ 9 ຄົນ ໄປຍັງລາວ, ຂ້າງໜ້າສະຖານທູດລາວ ໃນໂຊລ.
ທ່ານຈິ ຊຶງ-ໂຮ (Ji Seong-ho), ກາງ, ຜູ້ໂຕນໜີຈາກເກົາຫຼີເໜືອ ໄປຢູ່ເກົາຫຼີໃຕ້ແລະປະທານາທິບໍດີ ແລະປະທານ ຂອງອົງການ (Now Action & Unity for Human Rights), ທີ່ເຂົ້າຮ່ວມການຊຸມນຸມປະທ້ວງ ລາວ ທີ່ສົ່ງພວກທີ່ໂຕນໜີຈາກເກົາຫຼີເໜືອ 9 ຄົນ ໄປຍັງລາວ, ຂ້າງໜ້າສະຖານທູດລາວ ໃນໂຊລ.
ຫຼັງ​ຈາກ​ທີ່​ໄດ້​ໄປ​ຮອດ​ເກົາ​ຫຼີ​ໃຕ້ ​ໃນ​ປີ 2015, ຜູ້ໂຕນ​ໜີ​ຊາວ​ເກົາຫຼີ​ເໜືອ ​ໃຊ້​ຊື່​ລີ ​ໃນ​ການ​
ໂ​ຕນໜີ ​ເພື່ອ​ປົກ​ປ້ອງຄອບຄົວ​ຂອງລາວ ຈາກກຳລັງ​ເກົາຫຼີ​ເໜືອ. ພັນ​ລະ​ຍາ​ຂອງ​ລາວ
​ແລະ​ລູກ​ຊາຍ​ໄວ 4 ຂວບ​ຂອງ​ລາວ ​ໄດ້​ມີ​ລາຍ​ງານ​ວ່າ​ໃນ​ກຸ່ມ​ພວກ​ໂຕນ​ໜີ 10 ຄົນ ທີ່​ໄດ້​
ທຳ​ການ​ຈັບ​ກຸມ​ໂດຍ​ຈີນ ​ໃນ​ບໍ່​ດົນ ຫຼັງ​ຈາກ​ພວກ​ເຂົາ​ເຈົ້າ​ໄດ້​ຂ້າມ​ຊາຍ​ແດນ​ເກົາຫຼີ​ເໜືອ
​ໃນ​ທ້າຍ​ເດືອນ​ຕຸລາ​ຜ່ານ​ມາ​ນີ້.
​ໃນ​ເດືອນ​ພະຈິກ​ຜ່ານ​ມາ​ນີ້ ທີ່​ທ່ານ​ໄດ້ໂອ້​ລົມ​ກັບ​ພັນ​ລະ​ຍາ​ຂອງ​ທ່ານທາງ​ໂທລະສັບ
​ໃນ​ຂະນະ​ທີ່​ພັນ​ລະ​ຍາ​ຂອງ​ທ່ານ​ຖືກ​ຄຸມ​ຂັງ​ຢູ່​ໃນ​ສູນ​ຄຸມ​ຂັງ​ໃນ​ຈີນ.
“​ທັນ​ທີ ​ທີ່​ພັນ​ລະ​ຍາບ​ອກຂ້າພະ​ເຈົ້າ​ວ່າ​ລາວ​ຖືກ​ຕຽມ​ສົ່ງ​ກັບ​ຄືນ​ບ້ານ​ເກີດ ຫຼັງຈາກ​ນັ້ນ​ໂທລະສັບ​ກໍ​ຖືກ​ຕັດ. ຂ້າພະ​ເຈົ້າ​ຄິດ​ວ່າ ໂທລະສັບຖືກ​ຕັດນັ້ນ ຍ້ອນ​ວ່າ​ຕຳຫຼວດ​ເອົາ​
ໂທລະສັບ​ໄປ. ມັນ​ຊ່າງ​ເປັນ​ເລື່ອງ​ເສົ້າ​ໂສກ​ຫົດຫູ່​ແທ້ໆ,”
 ທ່ານ​ໄດ້​ກ່າວ​ໄວ້​ເຊັ່ນ​ນັ້ນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...