Tuesday, 16 January 2018

ໜ້າປະທັບໃຈ! ຜົນຂອງການເກັບຄ່າທາງໄລຍະ 3-4 ເດືອນຜ່ານມາ ໄດ້ແລ້ວ 30 ຕື້ກີບ.


ອີງຕາມການເປີດເຜີຍຂອງ ທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທີ່ໃຫ້ທິດຊີ້ນຳໃນກອງປະຊຸມວິຊາການຂະແໜງສ່ວຍສາອາກອນທົ່ວປະເທດ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນປີ 2017 ແລະ ທິດທາງການຈັດຕັ້ງປະຕິບັດໃນປີ 2018 ໄດ້ຈັດຂຶ້ນໃນວັນທີ 15-17 ມັງກອນ 2018 ທີ່ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ວ່າ:
ກົມສ່ວຍສາກອນຈະຕ້ອງໄດ້ກວດຄືນຖານຂໍ້ມູນທີ່ມີຢູ່ແລ້ວໃຫ້ຖືກຕ້ອງ ກັບການດຳເນີນທຸລະກິດທີ່ເປັນອາກອນລາຍຮັບຕົວຈິງເພາະຕົວເລກບາງສ່ວນອາດແມ່ນຕົວເລກລາຍຮັບເດີມທີ່ຜ່ານມາຫຼາຍປີເຊັ່ນ: ທຸລະກິດໂຮງແຮມທີ່ໃຫ້ບໍລິການຈັດງານເປັນຕົ້ນວ່າ ເສຍພັນທະຖືກຕ້ອງກັບຕົວຈິງແທ້ບໍ? ບັນດາແຂວງທີ່ມີລາຍຮັບຫຼຸດຈາກປິກ່ອນກໍ່ຄວນເຂົ້າໄປກວດສອບເພື່ອຄວາມໂປ່ງໃສ.
ຂະນະທີ່, ການເກັບຄ່າທຳນຽມທາງແບບທັນສະໄໝຖ້າທຽບໃສ່ກັບປີຜ່ານມາຖືວ່າເພີ່ມຂຶ້ນຫຼາຍເທົ່າ, ເພາະວ່າການເກັບຄ່າເສັ້ນທາງໃນແຕ່ລະປີສາມາດເກັບລາຍຮັບຢູ່ປະມານ 10 ຕື້ກີບ, ແຕ່ເມື່ອປ່ຽນມາໃຊ້ລະບົບການເກັບຜ່ານທະນາຄານການຄ້າຕ່າງປະເທດພາຍໃນ 3-4 ເດືອນສາມາດເກັບໄດ້ແລ້ວ 30 ຕື້ກີບ, ມູນຄ່າຕົວເລກດັ່ງກ່າວມີການຂາດໂຕນກັນພໍສົມຄວນ ເພາະໄດ້ລວມເອົາລົດຂອງລັດຖະບານເຂົ້າມາເສຍນຳດ້ວຍຈາກແຕ່ກ່ອນແມ່ນມີການຍົກເວັ້ນ.

ກ່ອນໜ້ານັ້ນ, ທ່ານ ກົງຄຳ ສິດທິວໍລະດາ, ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໃຫ້ສຳພາດກັບທິມຂ່າວການເງິນໃນວັນທີ 2 ພະຈິກ 2017 ຜ່ານມາວ່າ: ການເປີດນຳໃຊ້ລະບົບທັນສະໄໝເກັບຄ່າທຳນຽມທາງໃນວັນທີ 26 ຕຸລາ 2017 ຜ່ານມາ, ເປັນການສ້າງຄວາມໂປງໃສ, ສາມາດກວດສອບໄດ້ ແລະ ການເກັບລາຍຮັບເຂົ້າງົບປະມານແຫ່ງລັດຖືກຕ້ອງຕາມເວລາ-ຕາມມູນຄ່າຕົວຈິງ ເຊິ່ງເປີດນໍາໃຊ້ລະບົບດັ່ງກ່າວໄດ້ພຽງ 7 ວັນ (ວັນທີ 26 ຕຸລາ -1 ພະຈິກ 2017) ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ 1.2 ຕື້ກີບ. ຖ້າຫາກວ່າການຈັດຕັ້ງປະຕິບັດເກັບຄ່າທຳນຽມທາງປະຈຳປີ 2017 ສຳເລັດຕາມກຳນົດເວລາດັ່ງກ່າວຄື: ນັບແຕ່ເດືອນຕຸລາ 2017 ຫາ ເດືອນມີນາ 2018 ຈະສ້າງລາຍຮັບໃຫ້ແກ່ຂະແໜງສ່ວຍສາອາກອນປະມານ 50 ຕື້ກີບ.

ຄຽງຄູ່ກັນນີ້, ກົມສ່ວຍສາອາກອນ ກະຊວງການເງິນ ຍັງໄດ້ສົມທົບກັບກະຊວງປ້ອງກັນຄວາມສະຫງົບ (ປກສ) ກ່ຽວກັບມາດຕະການປັບໃໝ, ສຳລັບຜູ້ທີ່ລະເມີດລະບຽບຄ່າທຳນຽມທາງເຊັ່ນ: ຜູ້ທີ່ຊໍາລະເງິນຜ່ານທະນາຄານ, ແຕ່ບໍ່ໄປຮັບເອົາສະຕິກເກີ້ພາຍໃນກໍານົດ 15 ວັນນັບແຕ່ມື້ກໍານົດເປັນຕົ້ນໄປຈະຖືກປັບໃໝ 5% ຂອງມູນຄ່າເງິນທີ່ໄດ້ຊໍາລະໄປ,​ ບໍ່ເສຍຄ່າທຳນຽມຕາມເວລາທີ່ກຳນົດໄວ້ຈະຖືກປັບໃໝ 0,1% ຕໍ່ມື້ ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງປະຈໍາປີ,​ ບໍ່ເສຍຄ່າທໍານຽມທາງໃນປີຜ່ານມາ 1 ປີ ຈະຖືກປັບໃໝ 40% ຕໍ່ປີ,​ ບໍ່ເສຍຄ່າທໍານຽມໃນປີຜ່ານມາ 2 ປີຂຶ້ນໄປຈະຖືກປັບ ໃໝ 60% ຕໍ່ປີ,​ເສຍຄ່າທຳນຽມບໍ່ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ຕ້ອງໄດ້ເສຍຄ່າທຳນຽມທາງຕື່ມໃຫ້ຄົບຖ້ວນ, ພ້ອມທັງປັບໃໝ 60%,​ ຖ້າປອມແປງການເສຍຄ່າທໍານຽມທາງທຸກຮູບແບບຕ້ອງຖືກປັບໃໝສອງເທົ່າ ແລະ ຈະຖືກລົງໂທດຕາມກົດໝາຍອາຍາຕາມແຕ່ກໍລະນີ.
ທ່ານ ຮອງຫົວໜ້າກົມສ່ວຍສາອາກອນ ເນັ້ນຕື່ມອີກວ່າ: ສ່ວນໄລຍະຂອງການເສຍຄ່າທໍານຽມທາງແມ່ນ ນັບແຕ່ເດືອນ ມັງກອນ ຮອດເດືອນ ມີນາ ຂອງທຸກໆປີ, ເຊິ່ງເປັນໄລຍະທີ່ບຸກຄົນ, ນິຕິ ບຸກຄົນ ແລະ ການຈັດຕັ້ງ ຕ້ອງເສຍຄ່າທໍານຽມທາງປະຈໍາປີ, ຖ້າບໍ່ເສຍຄ່າທໍານຽມທາງຕາມເວລາທີ່ກໍານົດໄວ້ຈະຖືກປັບໃໝ.
ທ່ານ ຮອງຫົວໜ້າກົມສ່ວຍສາອາກອນ ຍັງໄດ້ອະທິບາຍຊີ້ແຈ້ງກ່ຽວກັບຂໍ້ຂອງໃຈຂອງສັງຄົມກ່ຽວກັບລົດທີ່ຖືກຍົກເວັ້ນ ແມ່ນຍານພະຫະນະຮັບໃຊ້ວິຊາສະເພາະຂອງອົງການຈັດຕັ້ງລັດບໍລິຫານ-ວິຊາການ,​ ສະມາຄົມ, ມູນນິທິທີ່ເຄື່ອນໄຫວຮັບໃຊ້ສາທາລະນະປະໂຫຍດ,​ ສໍາລັບລົດລັດ (ປ້າຍຟ້າ) ແມ່ນໄດ້ເສຍຄ່າທຳນຽມທາງເຊັ່ນດຽວກັບນັບແຕ່ລົດຮັບໃຊ້ບໍລິຫານທົ່ວໄປຈົນໄປຮອດລົດຕຳແໜ່ງທຸກຂັ້ນ.



No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...