ເມື່ອວັນທີ 8 ມັງກອນ 2018 ມີລາຍງານວ່າ ຈີນ ແລະ ຣັດເຊຍ ໄດ້ອອກມມາເຜີຍການສະສົມເງິນທຶນສຳຮອງລະຫວ່າງປະເທດຢ່າງເປັນທາງການໃນຊ່ວງປະມານ 10 ປີທີ່ຜ່ານມາ ແຕ່ລະປະເທດມີການຄອບຄອງທອງຄຳນ້ອຍກວ່າ 400 ຕັນ ແຕ່ຕອນນີ້ທັງສອງປະເທດຄອບຄອງທອງຄຳຮ່ວມກັນຫຼາຍກວ່າ 3,670 ຕັນ ແລະ ໃນອານາຄົດອາດຈະມີທອງຄຳໃນຄັງຫຼາຍຂຶ້ນເນື່ອງຈາກມີຊ່ອງທາງຫຼາກຫຼາຍທີ່ພວກເຂົາສາມາດຊື້ໂລຫະອັນມີຄ່ານີ້ໄດ້
ເນື່ອງຈາກຈີນ ແລະ ຣັດເຊຍ ເບິ່ງວ່າ ເງິນໂດລາມີຄວາມອ່ອນໄຫວໄດ້ງ່າຍ ແລະ ຢູ່ພາຍໃຕ້ການຄວບຄຸມຂອງສະຫະລັດ ທັງສອງຈິ່ງຕ້ອງການໜີອອກຈາກການຖືກຄອບງຳທາງເສດຖະກິດທີ່ສະຫະລັດເປັນແກນ ຈິ່ງຫັນມາສຳຮອງທຶນປະເທດເປັນທອງຄຳ ແລະ ສະທ້ອນໃຫ້ເຫັນວ່າທີ່ຜ່ານມາ ທັງສອງປະເທດນັ້ນ ໄດ້ພະຍາຍາມທີ່ຈະບໍ່ໃຊ້ເງິນໂດລາໃນການເຮັດທຸລກິດລະຫວ່າງກັນມາຕັ້ງແຕ່ຕົ້ນປີ 2018 ທີ່ຜ່ານມານັ້ນເອງ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...


No comments:
Post a Comment