Monday, 8 January 2018

ປີນີ້ລັດຈະລົບລ້າງຄວາມທຸກຍາກໃຫ້ໄດ້ 4,8 ພັນຄອບຄົວ


ຄວາມທຸກຍາກປະຊາຊົນແມ່ນບັນຫາ ຖ່ວງດຶງການພັດທະນາປະເທດຊາດໃນປີ 2018 ນີ້ ສປປ ລາວ ຈະສູ້ຊົນເຮັດໃຫ້ອັດຕາຄອບຄົວທຸກຍາກຫຼຸດລົງອີກ 4.833 ຄອບຄົວ ຈາກ 70.972 ຄອບຄົວ ໃນປະຈຸບັນໃຫ້ຍັງເຫຼືອ 66.139 ຄອບຄົວ ແລະສູ້ຊົນລົບລ້າງບ້ານທຸກຍາກໃຫ້ໄດ້ 220 ບ້ານຈາກ 1.511 ບ້ານ
ໃຫ້ຍັງເຫຼືອ 1.291 ບ້ານ, ໂດຍຈະສືບຕໍ່ນຳເອົາແນວ ທາງນະໂຍບາຍ ແລະມະຕິຄຳສັ່ງຂອງພັກ-ລັດ ລົງສູ່ຮາກຖານ ເພື່ອສຸມວຽກງານການສ້າງ ບ້ານເປັນຫົວໜ່ວຍພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍໄປຄຽງຄູ່ກັບວຽກງານ 3 ສ້າງ ພ້ອມປຸກລະດົມປະຊາຊົນໃຫ້ມີຄວາມກະຕືລືລົ້ນປະກອບສ່ວນເຂົ້າໃນການພັດທະນາຊີວິດການເປັນຢູ່​ໃຫ້ດີຂຶ້ນເທື່ອລະກ້າວ.
     ອີງຕາມຮ່າງບົດລາຍງານແຜນພັດທະນາ ເສດຖະກິດ-ສັງຄົມ ປະຈໍາປີ 2018 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານພັດທະນາຊົນ ນະບົດ ແລະລົບລ້າງຄອບຄົວທຸກຍາກຕິດພັນ ກັບວຽກງານ 3 ສ້າງ, ລັດຖະບານລາວໄດ້ສືບຕໍ່ພັດທະນາສັງຄົມ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊົນໃຫ້ເຂົ້າສູ່ ລວງເລິກກວ່າເກົ່າ, ຄຽງຄູ່ກັນນັ້ນ ກໍຕັ້ງໜ້າຄົ້ນຄວ້າສ້າງໂຄງການ ແລະກິດຈະການຕ່າງໆ ຢ່າງເໝາະສົມ ແລະສອດຄ່ອງກັບສະພາບຕົວ ຈິງ ເພື່ອປັບປຸງ ແລະຍົກລະດັບຄຸນນະພາບການສຶກສາ, ສາທາລະນະສຸກຢູ່ເຂດຊົນນະບົດ ແລະຫ່າງໄກສອກຫຼີກ ໂດຍສຸມທຶນຮອນເຂົ້າໃນ ການປັບປຸງ ແລະກໍ່ສ້າງ

     ພື້ນຖານໂຄງລ່າງຊົນນະບົດຂະໜາດນ້ອຍ ເປັນຕົ້ນແມ່ນໄຟຟ້າ, ຖະໜົນຫົນ ທາງ, ນໍ້າປະປາ, ຊົນລະປະທານ, ໂຮງ ຮຽນ, ໂຮງໝໍ, ສຸກສາລາ ແລະອຸປະ ກອນການສຶກສາ, ພ້ອມທັງຍົກລະດັບການສິດສອນຂອງຄູ ໃຫ້ມີຄຸນນະພາບ ສູງຂຶ້ນ ແລະທົ່ວເຖິງ ເພື່ອສ້າງເງື່ອນໄຂ ໃນການເພີ່ມລາຍໄດ້ໃນເຂດຊົນນະບົດ ເພີ່ມຂຶ້ນເທື່ອລະກ້າວ ທັງນີ້ ກໍເພື່ອຍົກ ລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ ແລະເຮັດໃຫ້ອັດຕາຄວາມທຸກ ຍາກຂອງປະຊາຊົນຫຼຸດລົງເລື້ອຍໆ.
ຄຽງຄູ່ກັນນັ້ນ ໃນປີ 2018 ລັດຖະບານຍັງໄດ້ວາງແຜນລົບລ້າງເມືອງທຸກຍາກໃຫ້ໄດ້ 2 ເມືອງ ຈາກ 20 ເມືອງທຸກຍາກ ໃຫ້ຍັງເຫຼືອ 18 ເມືອງ, ສູ້ຊົນ ຈັດສັນພູມລໍາເນົາຄົງທີ່ ແລະບ່ອນທໍາມາຫາກິນຖາວອນໃຫ້ປະຊາຊົນໃຫ້ໄດ້ 163 ບ້ານ, ສືບຕໍ່ຈັດຕັ້ງປະຕິບັດວຽກງານ 3 ສ້າງໃຫ້ຕິດພັນສະໜິດແໜ້ນ ກັບວຽກງານພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ, ສ້າງຄວາມເຂັ້ມແຂງ ແລະແບ່ງຄວາມຮັບຜິດຊອບໃຫ້ແຈ້ງກວ່າເກົ່າ ເພື່ອຍົກສູງຄວາມສາມາດໃນການຄຸ້ມຄອງໃຫ້ຂະແໜງການຢູ່ຂັ້ນແຂວງ, ເມືອງ ແລະບ້ານ.
     ຂະນະທີ່ໄລຍະຜ່ານມາ ລັດຖະບານ ໄດ້ເອົາໃຈໃສ່ສຸມການລົງທຶນໃສ່ວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຊຶ່ງໃນປີ 2017 ສາມາດ ປະຕິບັດໄດ້ 389,12 ຕື້ກີບ ເທົ່າກັບ 28,4% ຂອງແຜນການ ໃນນີ້ ມີທຶນ ຈາກງົບປະມານ 97,27 ຕື້ກີບ ເທົ່າ 59,25% ຂອງແຜນການ (ມະຕິສະພາ 164,16 ຕື້ກີບ) ໂດຍສຸມໃສ່ 20 ຈຸດສຸມຂອງລັດ 28,8 ຕື້ກີບ ປະຕິບັດໄດ້ 13%, ສຸມໃສ່ 71 ຈຸດສຸມຂອງທ້ອງຖິ່ນ 75 ຕື້ກີບ ປະຕິບັດໄດ້ 60,1%, ສຸມໃສ່ 145 ຈຸດສຸມຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຄົງທີ່ຂອງປະຊາຊົນ 49,36 ຕື້ກີບ ປະຕິບັດໄດ້ 64,7% ແລະທຶນສົມທົບກອງທຶນຫຼຸດຜ່ອນຄວາມ ທຸກຍາກ 11 ຕື້ກີບ ບັນລຸໄດ້ຕາມແຜນ ການ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...