ບັນຫາການສໍ້ລາດບັງ ຫຼວງແມ່ນພະຍາດຕົວສະກາດ
ຖ່ວງດຶງການພັດທະນາປະເທດຊາດ ຊຶ່ງນັບແຕ່ປີ 2013 ເປັນຕົ້ນມາຫຼັງຈາກທີ່ອົງການກວດກາລັດຖະບານສົມທົບກັບຄະນະກວດກາບັນດາກະຊວງ-ອົງການ
ແລະທ້ອງຖິ່ນເພື່ອດຳເນີນການກວດກາຫຼາຍກຸ່ມເປົ້າໝາຍທັງພາກລັດ
ແລະເອກະຊົນຮອດຂະນະນີ້ສາມາດກວດພົບເຫັນຜູ້ກະທຳຜິດ ແລະໄດ້ລົງໂທດຕາມກົດໝາຍແລ້ວຈຳນວນ 107 ຄົນ
ອັນໄດ້ສ້າງຄວາມເສຍຫາຍມູນຄ່າທັງໝົດເກືອບ 500 ຕື້ກີບ ໃນນັ້ນມີພະນັກງານລັດ 86 ຄົນ.
ອີງຕາມເອກະສານປາຖະ
ກະຖາເນື່ອງໃນໂອກາດວັນຕ້ານການສໍ້ລາດບັງຫຼວງສາ ກົນຄົບຮອບ 14 ປີ (9 ທັນວາ 2003-9 ທັນວາ 2017)
ຂອງທ່ານ ສົມພູ
ດວງສະຫວັນ ກຳມະການຄະນະພັກ, ປະທານກຳມາທິການວັດທະນະທຳ-ສັງຄົມ
ສະພາແຫ່ງຊາດຕໍ່ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2017 ຂອງຄະນະບໍລິຫານງານພັກສະພາແຫ່ງ
ຊາດທີ່ຈັດຂຶ້ນເມື່ອວັນທີ 5 ມັງກອນຜ່ານມາ
ທີ່ນະຄອນຫຼວງວຽງຈັນລະບຸວ່າ:
ການສໍ້ລາດບັງຫຼວງແມ່ນສະພາບຫຍໍ້ທໍ້ໜຶ່ງໃນກົງຈັກການຈັດຕັ້ງ, ເປັນໄພອັນຕະລາຍຮ້າຍ
ແຮງທີ່ສົ່ງຜົນກະທົບ ແລະກົດໜ່ວງຖ່ວງດຶງເຖິງການພັດທະນາເສດຖະກິດ-ສັງຄົມ
ຂອງແຕ່ລະປະເທດໃນໂລກບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື
ຮັ່ງມີກໍ ລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ.
ຢ່າງໃດກໍຕາມ ຕໍ່ບັນຫາດັ່ງກ່າວຜ່ານມາພັກ
ແລະລັດກໍໄດ້ຖືເອົາການສະກັດກັ້ນການສໍ້ລາດບັງຫຼວງເປັນບັນຫາສຳຄັນ
ແລະຕ້ອງໄດ້ສະກັດກັ້ນແຕ່ຫົວທີເປັນຕົ້ນຕໍ ແລະ ເປັນບັນຫາພື້ນຖານຍາວນານ, ພ້ອມທັງ ຄົ້ນຄວ້າສ້າງບັນດານິຕິກຳ ໂດຍໄດ້ອອກຄຳສັ່ງ, ຂໍ້ກຳນົດ, ລະບຽບການຂອງພັກ
ແລະຂອງລັດຕົ້ນຕໍແມ່ນມະຕິຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະຕ້ານການສໍ້ລາດ ບັງຫຼວງໃນເງື່ອນໄຂໃໝ່, ມະຕິວ່າດ້ວຍ ການແກ້ໄຂປາກົດການອາຍາສິດ ສະກັດ ກັ້ນການຕ້ານການສໍ້ລາດບັງຫຼວງ, ກົດໝາຍວ່າດ້ວຍການຕ້າການສໍ້ລາດບັງຫຼວງ, ຍຸດທະສາດຕ້ານການສໍ້ລາດບັງຫຼວງຮອດປີ
2020, ດຳລັດວ່າດ້ວຍການແຈ້ງຊັບສິນ, ດຳລັດວ່າດ້ວຍການປະຢັດ
ແລະຕ້ານການຟຸມເຟືອຍ ແລະບັນດາຂໍ້ຫ້າມສຳລັບສະມາຊິກພັກ, ພະນັກງານ-ລັດຖະກອນ
ແລະນິຕິກຳອື່ນໆ ທີ່ກ່ຽວຂ້ອງ.
ນອກຈາກການສະກັດກັ້ນການສໍ້ ລາດບັງຫຼວງແລ້ວ ທ່ານ ສົມພູ
ດວງສະຫວັນ ໃຫ້ຮູ້ຕື່ມວ່າ: ພັກ-ລັດຍາມໃດ ກໍໄດ້ຖືເອົາການຕ້ານ ແລະການແກ້ໄຂ
ເປັນບັນຫາທີ່ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ ໂດຍນັບແຕ່ປີ 2013 ເປັນຕົ້ນມາ
ທີ່ອົງການກວດກາລັດຖະບານໄດ້ສົມທົບກັບຄະນະກວດກາຂອງບັນດາກະຊວງ-ອົງການ
ແລະທ້ອງຖິ່ນດຳເນີນ ການກວດກາຫຼາຍເປົ້າໝາຍທີ່ມີພຶດຕິກຳທີ່ເປັນການສໍ້ລາດບັງຫຼວງຕົ້ນຕໍ
ແມ່ນການໃຫ້ ແລະຮັບສິນບົນ, ການ ສວຍໃຊ້ຖານະຕໍາແໜ່ງ, ສິດອຳນາດ, ໜ້າທີ່, ການໃຊ້ຖານະຕຳແໜ່ງ, ສິດອຳນາດໜ້າທີ່ເກີນຂອບເຂດ, ການລັກໂລບປອມແປງມາດຕະຖານເຕັກນິກກໍ່ສ້າງ, ອອກແບບ, ຄິດໄລ່, ການໂກງການປະມູນ ຫຼື ການສຳປະທານ, ການປອມແປງເອກະສານ, ການນຳໃຊ້ເອກະສານປອມ
ແລະອື່ນໆເຮັດໃຫ້ຊັບສິນຂອງລັດ, ລວມໝູ່ ແລະຂອງປະຊາຊົນ ເສຍຫາຍເປັນ
ຈຳນວນທັງໝົດ 480,05 ຕື້ກີບ ເກັບກູ້ຄືນໄດ້ແລ້ວ 337,99 ຕື້ກີບ, ຍັງຄ້າງ 142,06 ຕື້ກີບ.
ໃນນັ້ນ ສະເພາະການເສຍຫາຍຈາກການປະຕິບັດໂຄງການ
ແລະການສໍ້ໂກງຊັບຂອງລັດມີ 417,21 ຕື້ກີບ, ເກັບກູ້ຄືນໄດ້ແລ້ວ 289,49 ຕື້ກີບ ແລະຍັງຄ້າງ 127,73 ຕື້ກີບ, ຕໍ່ເປົ້າໝາຍກະທຳຜິດທີ່ໄດ້ສ້າງຄວາມເສຍຫາຍຄືດັ່ງກ່າວ
ສຳລັບຜູ້ກະທຳຜິດເບົາໄດ້ມີການສຶກສາອົບຮົມກ່າວເຕື່ອນຄວາມຜິດປະຕິບັດວິໄນດ້ານບໍລິຫານສ່ວນຜູ້ກະທຳ
ຜິດໜັກໄດ້ດຳເນີນຄະດີຕາມກົດໝາຍ ຈຳນວນ 107 ຄົນ, ໃນນີ້ມີພະນັກງານ
ລັດຈຳນວນ 86 ຄົນ ແລະພະນັກງານບໍລິສັດອີກ 21 ຄົນ, ພ້ອມກັບສະຫຼຸບສຳ ນວນຄະດີສົ່ງໃຫ້ໄອຍາການແລ້ວ 55 ຄົນ
ແລະໄອຍາການໄດ້ຖະແຫຼງໃຫ້ສານຕັດສິນແລ້ວ 39 ຄົນ, ສານໄດ້ຕັດສິນແລ້ວ 13 ຄົນ.

No comments:
Post a Comment