ວ່າ ການລົ້ມບານ
ມັນສະທ້ອນແບບສະໜັ່ນຫວັ່ນໄຫວຕໍ່ກັບວົງການບານເຕະລາວ ເລີ່ມຈາກຕົ້ນປີ 2017 ຫາກໍ່ກວາດລ້າງໄປຄັ້ງໃຫຍ່
ຫຼ້າສຸດຕົ້ນປີ 2018 ເກີດຂຶ້ນອີກ ແລະ ສະຫະພັນບານເຕະແຫ່ງຊາດລາວ ສັ່ງຫ້າມ 18 ນັກເຕະດັງ
ທີມຊາດລາວຊຸດໃຫຍ່ ຊຸດປີ 2017 ເກືອບຍົກທີມ ຫ້າມລົງແຂ່ງຂັນທຸກລາຍການຊົ່ວຄາວ
ເພື່ອສືບສວນຫາຄວາມຊັດເຈນ ກ່ອນຕັດສິນຄັ້ງຕໍ່ໄປ.
ລາຍລະອຽດຕາມແຈ້ງການຫລ້າສຸດຂອງສະຫະພັນບານເຕະແຫ່ງຊາດລາວທີ່ອອກມາເມື່ອວັນທີ
3 ມັງກອນ2018
ອີງຕາມໃບແຈ້ງການຂອງ ສະຫະພັນບານເຕະແຫ່ງຊາດລາວ ເລກທີ 005 ນະຄອນຫຼວງວຽງຈັນ
ແຈ້ງວ່າ: ຕາມການຕົກລົງເຫັນດີຂອງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ
ຂໍຖືເປັນກຽດແຈ້ງມາຍັງນັກເຕະທີ່ມີຊື່ດັ່ງລຸ່ມນີ້:
ເຊິ່ງທັງໝົດນີ້ໄດ້ມີພຶດຕິກໍາທີ່ສາມາດຕີລາຄາໄດ້ວ່າ
ມີສ່ວນກ່ຽວຂ້ອງກັບການລ໊ອກຄະແນນ ໃນການແຂ່ງຂັນບານເຕະມິດຕະພາບ ຊຸດໃຫຍ່ ລະຫວ່າງ
ທີມຊາດຮົງກົງ ກັບ ທີມຊາດລາວ ໃນວັນທີ 5 ຕຸລາ 2017 ທີ່ຮົງກົງ, ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່
ຍັງບໍ່ສາມາດສະຫຼຸບໄດ້ດີ ແລະ ມີຄວາມຈໍາເປັນຕ້ອງຂະຫຍາຍເວລາການດໍາເນີນຄະດີອອກໄປຕື່ມ.
ດັ່ງນັ້ນ, ຄະນະກໍາມະການດ້ານລະບຽບວິໄຊ ຈິ່ງມີຄໍາຕັດສິນ
ຂະຫຍາຍເວລາບໍ່ອະນຸຍາດໃຫ້ນັກກິລາທີ່ມີລາຍຊື່ດັ່ງກ່າວ
ເຄື່ອນໄຫວທຸກໆກິດຈະກໍາທີ່ກ່ຽວຂ້ອງກັບ ກິລາບານເຕະ ໃນທຸກໆລະດັບຂອງ
ສະຫະພັນບານເຕະແຫ່ງຊາດລາວ ອອກໄປຕື່ມ 60 ວັນ ຈາກມື້ສິ້ນສຸດຂອງແຈ້ງການສະບັບເກົ່າ
ເພື່ອດໍາເນີນການສືບສວນໃນຂັ້ນຕໍ່ໄປ.
ທີ່ມາ: Laos Update












No comments:
Post a Comment