Wednesday, 27 December 2017

ລັດເຊຍເຕືອນສະຫະລັດ ຄົນອາເມລິກາຈະຕາຍຫຼາຍແສນທັນທີ ຫາກເກີດສົງຄາມກັບເກົາຫຼີເໜືອ





ວັນທີ່ 26 ທັນວາ 2017ທີ່ຜ່ານມາ ນິໂຄໄລ ປາຕູເຊຟ ປະທານສະພາຄວາມໝັ້ນຄົງຂອງລັດເຊຍ ໃຫ້ຂໍ້ມູນກັບສື່ວ່າ ສະຫະລັດຮູ້ດີການບຸກເຂົ້າໂຈມຕີເກົາຫຼີເໜືອນັ້ນກໍ່ໃຫ້ເກີດຄວາມສູນເສຍຄັ້ງໃຫຍ່ ຕໍ່ປະຊາຊົນອາເມລິກາທີ່ອາໃສ່ຢູ່ເກົາຫຼີໃຕ້ກວ່າ 250.000 ຄົນອາດເສຍຊີວິດທັນທີ ເຊີ່ງຍອດການສູນເສຍແມ່ນບໍ່ມີໃຜຍອມຮັບໄດ້.
ເຊີ່ງຂະນະນີ້ປືນໃຫຍ່ ແລະ ຖານຍິງຈະຫຼວດຂອງເກົາຫຼີເໜືອປະຈຳການຢູ່ຫ່າງຈາກກຸງໂຊ ຂອງເກົາຫຼີໃຕ້ພຽງ 50 ກິໂລແມັດ ເຊີ່ງຈະສົ່ງຜົນກະທົບກັບຊີວິດຄົນຢ່າງໜ້ອຍ 10 ລ້ານຄົນຫາກວ່າມີສົງຄາມເກີດຂື້ນ ແລະ ຜູ້ຕ້ອງຮັບຜິດຊອບເລື່ອງນີ້ເປັນໃຜບໍ່ໄດ້ນອກຈາກສະຫະລັດ ເພາະເປັນຜູ້ປຸກປັ່ນຄວາມຕຶງຄຽດ ຍົ່ວຍຸ ກັບຜູ້ນຳ ແລະ ປະຊາຊົນເກົາຫຼີເໜືອຢູ່ຕະຫຼອດເວລາ.
ແລະ ທີ່ສຳຄັນການດຳເນີນການຊ້ອມຮົບທາງອາກາດ ແລະ ທະເລກັບເກົາຫຼີໃຕ້ນັ້ນ ເຮັດໃຫ້ເກົາຫຼີເໜືອຕ້ອງຊອກຫາວິທີປ້ອງກັນຕົວເອງຫຼາຍຂື້ນ.
ບັນຫາທີ່ເກີດຂື້ນ ປາຕູເຊຟ ປະທານສະພາຄວາມໝັ້ນຄົງລັດເຊຍ ຍຳ້ວ່າ ແກ້ໄຂໄດ້ດ້ວຍວິທີທາງການທູດເທົ່ານັ້ນ ເຊີ່ງຜ່ານມາລັດເຊຍ ແລະ ຈີນ ກໍ່ຊຸກຍູ້ໃຫ້ເຈລະຈາກັນຢ່າງສ້າງສັນແຕ່ວ່າສະຫະລັດນັ້ນບໍ່ສົນໃຈ ເພາະສະຫະລັດກຳລັງໃຊ້ປະໂຫຍດຈາກບັນຫານິວເຄຼຍ ເພື່ອຄວາມຄຸມລັດເຊຍກັບຈີນ ແລະ ຈັດວາງກຳລັງທະຫານໃນເອເຊຍ-ປາຊີຟິກເຊີ່ງເປັນປະໂຫຍດຕໍ່ເປົ້າໝາຍທາງຍຸດທະສາດຂອງສະຫະລັດນັ້ນເອງ.



No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...