Thursday, 28 December 2017

ກະຊວງການຄ້າ ອອກຄຳສັ່ງຫ້າມຂຶ້ນລາຄາສິນຄ້າໃນໄລຍະປີໃໝ່ສາກົນ.


ອີງຕາມຄຳສັ່ງຂອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ເລກທີ 2072/ອຄ.ກຄພນ ລົງວັນທີ 22 ທັນວາ 2017 ເລື່ອງໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າພາຍໃນແຂວງຂອງຕົນ ເພື່ອບໍ່ໃຫ້ສວຍໂອກາດກັກຕຸນສິນຄ້າໃນວັນບຸນສຳຄັນ ແລະ ເທດສະການໆປະຈຳປີ 2018 ເຊິ່ງຄຳສັ່ງດັ່ງກ່າວມີດັ່ງນີ້:
  • ໃຫ້ພະແນກ ອຄ ແຂວງ, ນະຄອນຫຼວງ ເປັນເຈົ້າການປະສານສົມທົບກັບຂະແໜງການກ່ຽວຂ້ອງພາຍໃນແຂວງ, ເອົາໃຈໃສ່ຄຸ້ມຄອງ ແລະ ຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າຕົ້ນຕໍໃນທ້ອງຕະຫຼາດຢ່າງເປັນປົກກະຕິ, ໂດຍສະເພາະແມ່ນສິນຄ້າທີ່ມີຜົນກະທົບໄວຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາຕາມລຳພັງໃຈ.
  • ເອົາໃຈໃສ່ຄຸ້ມຄອງ, ຕິດຕາມສິນຄ້າສະບຽງອາຫານປະເພດເຂົ້າກິນ, ຊີ້ນ (ໝູ,ງົວ, ຄວາຍ, ໄກ່, ປາ) ແລະ ພືດຜັກຕ່າງໆ ຢູ່ພາຍໃນແຂວງຂອງຕົນໃຫ້ເປັນໄປຕາມກົນໄກຕະຫຼາດໃນແຕ່ລະໄລຍະບົນພື້ນຖານ ດຳລັດ 474/ນຍ ແລະ ຕາມລະບຽບການກ່ຽວຂ້ອງ ແລະ ໃຫ້ຄິດໄລ່ໂຄງປະກອບລາຄາໃນແຕ່ລະຂອດ ຢ່າງຊັດເຈນ (ຂອດຕົ້ນທຶນການຜະລິດ, ຂາຍຍົກ ແລະ ຂາຍຍ່ອຍ).
    • ສະເພາະສິນຄ້າປະເພດເຂົ້າກິນ ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງຂອດເກັບຊື້ຈາກຊາວນາ, ຂອດໂຮງສີ, ຂອດຂາຍຍົກ ແລະ ຂາຍຍ່ອຍຕາມທ້ອງຕະຫຼາດ.
    ·         ສະເພາະສິນຄ້າປະເພດຊີ້ນ, ປາ ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງຂອດລ້ຽງ, ຂອດນາຍຮ້ອຍ (ຂາຍຍົກ) ແລະ ຂອດລູກຂຽງ (ຂາຍຍ່ອຍ).
    ·         ສ່ວນປະເພດພືດຜັກ ແລະ ສະບຽງອາຫານຕ່າງໆ ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງ ແລະ ຕິດຕາມຂອດເກັບຊື້ຈາກຊາວກະສິກອນ ແລະ ຂອດຂາຍຍ່ອຍ ເພື່ອຫຼີກເວັ້ນການສວຍໂອກາດຂຶ້ນລາຄາ.
    1. ເປັນເຈົ້າການໃນການຕິດຕາມ, ກວດກາ, ຄຸ້ມຄອງຢ່າງເປັນປະຈຳ ໃນທ້ອງຕະຫຼາດຫຼັກໆ ພາຍໃນທ້ອງຖິ່ນຂອງຕົນດ້ວຍການແຕ່ງຕັ້ງພະນັກງານໝູນວຽນກັນລົງສົມທົບກັບຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ແລະ ຄະນະຄຸ້ມຄອງຈັດສັນຕະຫຼາດ ເພື່ອພ້ອມກັນຈັດຕັ້ງປະຕິບັດ.
    2. ໃຫ້ປະສານສົມທົບ ເພື່ອຂໍຄວາມຮ່ວມມືຈາກຜູ້ປະກອບການເຊັ່ນ: ຜູ້ຜະລິດ, ຜູ້ນຳເຂົ້າ, ຜູ້ສົ່ງອອກ ແລະ ຜູ້ຈຳໜ່າຍບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າໃນຊ່ວງເທດສະການ ແລະ ງານບຸນສຳຄັນຕ່າງໆປະຈຳປີ 2018 (ບຸນປີໃໝ່ສາກົນ, ປີໃໝ່ຂອງປະເທດເພື່ອນບ້ານ, ບຸນປີໃໝ່ລາວ).
    3. ນອກຈາກນັ້ນລັດຍັງປະກາດປັບຫຼຸດລາຄາຂາຍຊີ້ນໝູຈາກ 35,000 ກີບຕໍ່ກິໂລ ໃຫ້ເຫຼືອ 33,000 ກິີບຕໍ່ກິໂລ ຖ້າຫາກພົບເຫັນຂາຍເກີນໃຫ້ແຈ້ງເຈົ້າໜ້າທີ່ການຄ້າ ເຊິ່ງຈັດຕັ້ງປະຕິບັດ ໃນ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ ແຈ້ງການເລກທີ 2199/ອຄ.ນວ.ຄພນ ລົງວັນທີ 31 ສິງຫາ 2017 ເລື່ອງ ກຳນົດລາຄາຂາຍົກ ຂາຍຍ່ອຍຊີ້ນໝູ ເພື່ອແນໃສ່ຊຸກຍູ້ສົ່ງເສີມ ຜູ້ດໍາເນີນທຸລະກິດການຜະລິດ, ຜູ້ຊື້, ຜູ້ຂາຍ ແລະ ເປັນການປົກປ້ອງສິດຜົນປະໂຫຍດຜູ້ຊົມໃຊ້ໃຫ້ມີຄວາມຍຸຕິທຳບົນຟື້ນຖານກົນໄກການຕະຫຼາດ ຫຼີກລຽງການເອົາລັດເອົາປຽບລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ທັງຮັບປະກັນໃຫ້ສັງຄົມມີຄວາມສະຫງົບ.
      ສຳລັບນະຄອນຫຼວງວຽງຈັນ ທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ ຈຶ່ງອອກແຈ້ງການຄື:
      1. ລາຄາໝູໜ້າຟາມ ຊື້ ຂາຍ ລາຄາສູງສຸດບໍ່ເກີນ 18,000 ກີບຕໍ່ກິໂລ.
      2. ລາຄາຂາຍຍົກໝູ ທີ່ໄດ້ຂ້າຄົວ ແລະ ຊໍາແຫຼະເປັນຊີ້ນລວມ ລາຄາສູງສຸດບໍ່ເກີນ 21,000 ກີບຕໍ່ກິໂລ, ລາຄານີ້ແມ່ນລາຄານາຍຮ້ອຍສົ່ງໃຫ້ລູກຂຽງຮອດຕະຫຼາດ.
      3. ລາຄາຂາຍຍ່ອຍຂອງລູກຂຽງໃຫ້ຜູ້ບໍລິໂພກຢູ່ຕະຫຼາດມີດັ່ງນີ້:
        ຊີ້ນໝູ ປະເພດ 1 (ຊີ້ນກ້ອນ, ດູກຂ້າງ, ຊີ້ນສາມຊັ້ນ) ຂາຍສູງສຸດ 33,000 ກີບຕໍ່ກິໂລ
        ຊີ້ນໝູ ປະເພດ 2 ສູງສຸດບໍ່ເກີນ 30,000 ກີບຕໍ່ກິໂລ.




No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...