Tuesday, 5 December 2017

ສານສູງສຸດ ສຫລ ຕັດສິນໃຫ້ ຄຳສັ່ງ​ໂຈະ ​ການ​ເດີນທາງ​ ຂອງ​ ປ. ທຣຳ ມີຜົນ​ບັງຄັບ​ໃຊ້ ​ໃນ​ຂະນະ​ທີ່ ການ​ຕໍ່ສູ້​ທາງກົດໝາຍ​ ​ດຳເນີນຢູ່

ຜູ້​ພິພາກສາ​ສານ 7 ທ່ານ ໄດ້ຕັດສິນ​ເຫັນພ້ອມກັບ​ລັດຖະບານ​ ​ໃນ​ຂະນະ​ທີ່ອີກ 2 ທ່ານ
ຄື ທ່ານນາງຣູຕທ໌ ​ເບ​ເດີ ກິນສ​ເບີກ ​ແລະ​ທ່ານ​ນາງ​ໂຊ​ເນຍ ​ໂຊ​ໂຕ​ເມ​ເຢີ ​ໄດ້​ກ່າວ​ວ່າ
ບາງສ່ວນ​ຄຳສັ່ງ​ໂຈະ​ການ​ເດີນທາງ ຄວນ​ຈະ​ໃຫ້​ດຳເນີນຕໍ່​ໄປ.
ສານ​ບໍ່​ໄດ້ໃຫ້​ເຫດຜົນກ່ຽວກັບ​ການ​ຕັດສິນ​ທີ່​ວ່າ​ນີ້ ​ແຕ່​ຢ່າງ​ໃດ.
ຄຳສັ່ງໂຈະ​ການ​ເດີນທາງດັ່ງກ່າວ ແມ່ນໄດ້ຫ້າມ​ພວກ​ນັກ​ທ່ອງ​ທ່ຽວ​ສ່ວນໃຫຍ່ ຈາກ 8
ປະ​ເທດ ອັນ​ມີ ແຊດ ອີຣ່ານ ລີ​ເບຍ ​ເກົາຫຼີ​ເໜືອ ​ໂຊ​ມາ​ເລຍ ຊີ​ເຣຍ ​ເວ​ເນຊູ​ເອລາ ​
ແລະ​ເຢ​ເມນ ຊຶ່ງ 6 ປະ​ເທດ​ໃນ​ນັ້ນ ​ແມ່ນມີ​ຊາວ​ມຸສລິ​ມເປັນຊົນກຸ່ມໃຫຍ່.
ຜູ້ພິພາກສາສານ​ຊັ້ນ​ຕົ້ນ ​ໃນ​ລັດແມ​ຣີ​ແລນ​ດ໌ ​ແລະ​ລັດ​ຮາ​ວາຍ ​ໄດ້​ຂັດຂວາງ ບໍ່​ໃຫ້​
ຄຳສັ່ງດັ່ງກ່າວ​ນີ້ ມີ​ຜົນ​ບັງຄັບ​ໃຊ້​ໄດ້.
ການ​ຕັດສິນ​ຂອງ​ສານ​ໃນ​ວັນ​ຈັນ​ວານ​ນີ້ ​ແມ່ນ​ຄື​ວ່າ ​ໄດ້​ຍົກ​ເລີກການ​ອະລຸ້ມອະ​ລ່ວຍ
​ທີ່​ໄດ້ຍົກ​ເວັ້ນ ພວກທີ່​ກ່າວອ້າງວ່າ ຕົນ​ມີ​ຖານະທີ່​ເອີ້ນ​ວ່າຄວາມສຳພັນຢ່າງແທ້ຈິງ
ກັບ​ຜູ້​ໃດ​ຜູ້​ນຶ່ງ​ທີ່​ອາ​ໄສ ຢູ່​ໃນ​ສະຫະລັດ ນັ້ນໝ​າຍ​ເຖິງ ພໍ່​ເຖົ້າແມ່ເຖົ້າ ປູ່​ຍາຕາ​ຍາຍ​
ເອື້​ອຍ ອ້າຍ ​ແລະ​ນ້ອງ​ໄພ້ ລຸງ​ປ້າ ນ້າ​ອາ ​ແລະ​ພີ່​ນ້ອງ ທັງຫຼາຍ​ນັ້ນ.
ບັນດາ​ທະນາຍຄວາມ​ໃນ​ລັດ​ຮາ​ວາຍ ​ໂຕ້​ຖຽງ​ວ່າ ມັນ​ບໍ່​ມີ​ເຫດຜົນ​ທີ່​ທາງ​ສານ​ສູງ​ສຸດ
ທີ່​ຈະ​ເຂົ້າ​ມາ​ກ່ຽວຂ້ອງກັບຄະດີດັ່ງກ່າວ ໃນ​ຕອນ​ນີ້ ​ແພາະວ່າ ທາງສານໄດ້ຮັບ​ຮູ້​ແລ້ວ​ວ່າ
ພວກ​ນັກ​ທ່ອງ​ທ່ຽວ​ບາງຄົນຈາກ 8 ປະ​ເທດ​ດັ່ງກ່າວ​ນີ້ ສາມາດ​ທີ່​ຈະ​ກວດ​ຂັນ​ຢ່າງ​
ລະອຽດ​ໃນດ້ານປອດ​ໄພ ​ແລະ​ສາມາ​ດຂໍ​ວີ​ຊາ​ໄດ້.
ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ທ່ານ​ເ​ເຈັຟ ​ແຊ​ສສັນ ​ໄດ້​ເອີ້ນ ການ​ຕັດສິນໃນວັນຈັນ​
ວານ​ນີ້​ວ່າ “ນີ້​ແມ່ນ​ໄຊຊະນະ​ອັນ​ໃຫຍ່​ຫຼວງ ຕໍ່​ຄວາມ​ປອດ​ໄພ​ສຳລັບຊາວ​ອາ​ເມຣິກັນ​ທັງຫຼາຍ,” ​ແລະໄດ້ກ່າວ​ວ່າ ​ຄຳສັ່ງ​ໂຈະ​ການ​ເດີນທາງ​ຂອງ​ທ່ານທຣຳ ​ແມ່ນ​ມີ​ຄວາມ
​ຈຳ​ເປັນ​ເພື່ີອການ​ປົກ​ປ້ອງ​ປະ​ເທດ​ຈາກ​ການ​ຂົ່ມຂູ່​ໃດໆ.
ທະນາຍຄວາມ​ຂອງ​ລັດຖະບານທ່ານ​ທຣຳ ​ໂຕ້​ຖຽງ​ວ່າ ລັດຖະບານ​ຕ່າງປະ​ເທດ
ບາງ​ປະ​ເທດ ​ແມ່ນບໍ່​ມີຂໍ້​ມູນ​ພຽງພໍ​ທີ່​ຈະ​ແບ່ງປັນ ກ່ຽວ​ກັບ​ພວກ​ທີ່​ຂໍ​ວີ​ຊາ​ ​ເຂົ້າ​ມາ​ຍັງ
​ສະຫະລັດ ​ແລ​ະມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຈະ​ເປັນ​ການ​ສ່ຽງ​ຕໍ່​ສະຫະລັດ.
ຮອງ​ໂຄສົກ​ຂອງ​ທຳ​ນຽບຂາວ ​ທ່ານ​ໂຮ​ກັນ ກີດ​ລີ ​ໄດ້​ກ່າວ​ວ່າ ການ​ຕັດສິນ​ຂອງ​ສານ
​ສູງ​ສຸດ​ ໃນ​ວັນ​ຈັນ​ວານ​ນີ້​ ​ແມ່ນ​ບໍ່​ໄດ້ປະຫຼາດ​ໃຈ ​ແລະກ່າວວ່າ ​ນັ້ນ​ແມ່ນ “ສິ່ງ​ທີ່​
ຈຳ​ເປັນ​ຕໍ່​ການ​ປົກປ້ອງ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ.”
​ແຕ່​ວ່າ​ສະພາ​ກ່ຽວ​ກັບ​ສາຍ​ພົວພັນອິສລາມອາ​ເມຣິກັນ ​ອີກ​ຄັ້ງ​ນຶ່ງ ເອີ້ນຄຳສັ່ງ​
ໂຈະ​ການ​ເດີນ ທາງນີ້​ວ່າ ​ແມ່ນ​ເປັນການຫ້າມຕໍ່​ຊາວ​ມຸສລິ​ມ.
“ການ​ເອົາ​ບາດກ້າວ​ຂອງ​ສານ​ສູງ​ສຸດ​ສະຫະລັດ ມື້​ນີ້ ​ແມ່ນ​ເປັນ​ການ​ຢ້ຳ​ເຕືອນ
​ທີ່​ວ່າ ພວກ​ເຮົາ ບໍ່​ສາມາດ​ທີ່​ຈະ​ເພິ່ງ​ພາ​ບໍ່​ພຽງ​ແຕ່​ສານ​ເທົ່າ​ນັ້ນ ທີ່​ຈະ​ເວົ້າ​ເຖິງ​ຄວາມ​ພະຍາຍາມ​ຂອງລັດຖະບານ​ຂອງ​ທ່ານ​ທຣຳ ທີ່​ໄດ້​ຈຳ​ແນກກີີດກັນ ສະ​ເພາະ​ແຕ່​
ຊາວ​ມຸສລິ​ມ ​ແລະ​ຊົນ​ກຸ່ມ​ນ້ອຍ​ອື່ນໆ,” 
ນັ້ນຄືຄຳເວົ້າທ່າ​ນ ກາ​ເດຍຣ໌ ອັບ​ບາສ ​ທະນາຍຄວາມຂອງອົງການທີ່ໄດ້​ກ່າວ​ໄປ​ນັ້ນ.
ສານ​ສູງ​ສຸດ ​ໄດ້​ຕົກລົງ​ທີ່ຈະ​ຮັບ​ຟັງ ການ​ໂຕ້ແຍ້ງທີ່ເຫັນ​ພ້ອມ​ແລະ​ຄັດຄ້ານ​ກ່ຽວກັບ
ຄຳສັ່ງໂຈະ​ຄົນ​ເຂົ້າ​ເມືອງ​ຂອງ​ທ່ານ​ທຣຳ ທັນ​ທີ​ທີ່ເລື່ອງດັ່ງກ່າວ ໄດ້​ຜ່ານ​ສານຂັ້ນ​ຕໍ່າ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...