Thursday, 7 December 2017
ທ່ານ ປູຕິນ ປະກາດລົງເລືອກຕັ້ງຊິງຕຳແໜ່ງປະທານປະເທດລັດເຊຍ ໃນປີໜ້າ
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ທັນວາ 2017 ທີ່ຜ່ານມາວ່າ: ທ່ານ ປູຕິນ ອາຍຸ 65 ປີ ທີ່ຂຶ້ນສູ່ອຳນາດທັງໃນຕຳແໜ່ງນາຍົກລັດຖະມົນຕີ ແລະ ປະທານປະເທດ ມາຕັ້ງແຕ່ປີ 2000 ປະກາດເມື່ອວັນພຸດທີ່ຜ່ານມາວ່າ: ທ່ານຈະລົງຊິງຕຳແໜ່ງປະທານປະເທດລັດເຊຍໃນການເລືອກຕັ້ງທີ່ຈະເກີດຂຶ້ນໃນວັນທີ 18 ມີນາ 2018 ຖ້າຫາກທ່ານ ປູຕິນ ຊະນະເລືອກຕັ້ງ ຈະເປັນການຄອງອຳນາດເປັນສະໄໝທີ 4 ແລະ ຈະເຮັດໜ້າທີ່ຜູ້ນຳລັດເຊຍຕໍ່ໄປອີກເປັນເວລາ 6 ປີ ຈົນເຖິງປີ 2024.
ທ່ານ ປູຕິນ ກ່າວຕໍ່ພະນັກງານໂຮງງານຜະລິດລົດແຫ່ງໜຶ່ງໃນ ເມືອງນິສນີນອກໂກຣອດ ເມື່ອວັນພຸດທີ່ຜ່ານມາວ່າ: ທ່ານຈະຍື່ນໃບສະໝັກຊິງຕຳແໜ່ງປະທານປະເທດຂອງລັດເຊຍ ທ່າມກາງສຽງໂຮຮ້ອງ ແລະ ຕົບມືຈາກກຸ່ມຄົນງານດັ່ງກ່າວ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...

No comments:
Post a Comment