Friday, 15 December 2017

ອອກມາແລ້ວ ຂໍ້ຕົກລົງການນຳໃຊ້ໂດຣນ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ເປັນລະບຽບຂອງ


ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ອອກຂໍ້ຕົກລົງວ່າດ້ວຍ ການນຳໃຊ້ເຄື່ອງບິນບໍ່ມີຄົນຂັບ ເລກທີ 3374/ປທສ ລົງວັນທີ 11 ພະຈິກ 2017 ເພື່ອເປັນການກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການ
ຄຸ້ມຄອງການນຳໃຊ້ເຄື່ອງບິນບໍ່ມີຄົນຂັບເພື່ອໃຫ້ມີຄວາມເປັເອກະພາບກັນໃນທົ່ວປະ
ເທດ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ແນ່ໃສ່ເພື່ອຮັບປະກັນຄວາມ
ໝັ້ນຄົງ, ຄວາມປອດໄພຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນຂໍ້ຕົກລົງໄດ້ແບ່ງ ເຄື່ອງບິນບໍ່ມີຄົນຂັບ(ໂດຣນ) ເປັນ3 ປະເພດຄື ນໍ້າຫນັກບໍ່
ເດີນ 200 ກຣາມ, ນໍ້າໜັກເກີນ200ກຣາມ ແຕ່ບໍ່ເກີນ 2 ກິໂລກຣາມ ແລະ ນໍ້າໜັກເກີນ 2ກິໂລ. 

ໃນຂໍ້ຕົກລົງຍັງລະບຸວ່າບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທັງພາຍໃນແລະຕ່າງປະເທດ ທີ່ຕ້ອງການນຳໃຊ້ເຄື່ອງບິນບໍ່ມີຄົນຂັບ ທີ່ມີນໍ້າໜັເກີນ200ກຣາມ ຕ້ອງຂໍອະນຸຍາດຈາກກະຊວງ
ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.



ສ່ວນຜູ້ລະເມີດຈະຖືກວິໄນ ປັບໃໝ ລວມທັງໃຊ້ແທນຄ່າເສຍຫາຍທາງແພ່ງ ຫລື ຖືກລົງໂທດ
ທາງອາຍາຕາມແຕ່ກໍລະນີເບົາຫລື ຫນັກ.

 
ສ່ວນຜູ້ທີ່ນຳເຂົ້າເຄື່ອງບິນບໍ່ມີຄົນຂັບ ນໍ້າໜັກເກີນ200ກຣາມ ໂດຍບໍ່ໄດ້ຮັບອະນຸຍາດຈະ
ຖືກປັບໃຫມ 1 ລ້ານກີບຕໍຄັ້ງ. ສ່ວນຜູ້ນຳໃຊ້ເຄື່ອງບິນບໍ່ມີຄົນຂັບ ນໍ້າໜັກເກີນ200ກຣາມ
 
ທີ່ໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ແລະ ຄວາມແຮງກຳລັງສົ່ງ ເກີນມາດຕະຖານກຳນົດ ຈະຖືກປັບໃໝ50.000 ກີບ ຄູນໃຫ້ຄວາມກວ້າງຂອງຄື້ນຄວາມຖີ່ວິທະຍຸສື່ສານທີ່ນຳໃຊ້

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...