Tuesday, 26 December 2017

ເປັນຫຍັງນັກເຕະຫວຽດນາມ ຈິ່ງບໍ່ຍາກຍ້າຍໄປຫຼິ້ນກັບລີກອື່ນ ມາເບິ່ງ 4 ເຫດຜົນຂອງກູຣູຫວຽດນາມ









ໃນປັດຈຸບັນ ວົງການບານເຕະລະດັບແຖວໜ້າຂອງອາຊຽນຢ່າງໄທ ແຕ່ລະທີມກໍາລັງມາແຮງເລື່ອງການດຶງນັກເຕະອາຊຽນ ເຂົ້າມາຮ່ວມທີມຢ່າງຕໍ່ເນື່ອງ ທັງ ລາວ, ມຽນມາ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ ແລະ ອື່ນໆ, ແຕ່ຄໍາຖາມຄື ຫວຽດນາມ ເປັນຊາດຈາກອາຊີ ທີ່ພັດທະນາວ່ອງໄວໃນເລື່ອງບານເຕະ, ແຕ່ເປັນຫຍັງຈິ່ງບໍ່ມີນັກເຕະຄົນໃດຍ້າຍມາຫຼິ້ນໃນໄທ ທັງທີ່ນັກເຕະຫວຽດນາມ ໂດດເດັ່ນຫຼາຍຄົນ ແລະ ຢູ່ລະດັບແຖວໜ້າຂອງອາຊຽນ.
ຂ່າວລືລະບຸວ່າ ຮອງ ວູ ແຊມຊັນ ດາວຍັງຫວຽດນາມ ເຊືອສາຍໄນຈີເຣຍ ອາດເປັນຄົນດຽວທີ່ຈະຍ້າຍມາຮ່ວມກັບ ບູຣີຣໍາ ຢູໄນເຕັດ ແຊັມໄທລີກ 2017, ແຕ່ກັນເຊັນສັນຍາຢ່າງເປັນທາງການກໍ່ຍັງບໍ່ເກີດຂຶ້ນ, ເຊິ່ງໃນເພຈ ອາຊຽນ ຟຸດບອລ ຄອມມິວນິຕີ້ ເຊິ່ງເປັນແຫຼ່ງລວມຂອງແຟນບານທົ່ວອາຊຽນ ມີກູຣູຊາວຫວຽດນາມ ໄດ້ໃຫ້ທັດສະນະ ໂດຍຊີ້ເຫດ 4 ຢ່າງ ທີ່ນັກເຕະຫວຽດນາມ ທີ່ບໍ່ຍາກຍ້າຍມາຫຼິ້ນໃນລີກອື່ນ ດັ່ງນີ້:
1.ຄວາມຜູກພັນກັບຄອບຄົວ.
   
ນັກເຕະຫວຽດນາມ ມີຄວາມຜູກພັນກັບຄົວຄອບສູງ ແລະ ໜ້ອຍຄົນທີ່ກ້າແຍກຕົວໄປຢູ່ຄົນດຽວ ເພື່ອຜະເຊີນກັບຄວາມທ້າທາຍກັບລີກຕ່າງແດນ.
   
ໂດຍ ຫງຽນ ວັນ ຄຽດ ກອງກາງສີຕີນດີ ທີ່ໄດ້ຮັບຄວາມສົນໃຈຈາກທີມໃນໄທລີກ, ແຕ່ລາຍງານກໍ່ເຜີຍວ່າ ລາວຫາກໍ່ແຕ່ງງານເມື່ອປີ 2015 ແລະ ບໍ່ດີປານໃດຖ້າຕ້ອງຍ້າຍມາຫຼິ້ນຢູ່ຕ່າງປະເທດ ເພາະອາດຕ້ອງແຍກກັບພັນລະຍາຢູ່.
2.ວັດທະນາທໍາໃໝ່.
   
ເລີ ຄອງ ວິນ ອະດີດຫົວໜ້າທີມຊາດຫວຽດນາມ ເປີດເຜີຍວ່າ: ນັກເຕະຫວຽດນາມ ໃນສະໄໝໃໝ່ ຍ້ານຫຼາຍຢ່າງໃນການໄປຫຼິ້ນໃນຕ່າງແດນ ຈະເວົ້າພາສາບໍ່ໄດ້, ເລື່ອງອາຫານ ແລະ ຍ້ານວ່າໄປແລ້ວຈະບໍ່ຫຼິ້ນເຂົ້າກັບລະບົບໃໝ່ບໍ່ໄດ້ ເຊິ່ງຄວາມຍ້ານດັ່ງກ່າວນັ້ນ ເປັນວັດທະນາທໍາໄປແລ້ວ ແລະ ເປັນສິ່ງທີ່ຢຶດເອົາໄວ້.
3.ສະໂມສອນບໍ່ກ້າປ່ອຍຕົວຫຼັກ.
 
ການຍາດຊີງແຊັມລີກຫວຽດນາມ ເຕັມໄປດ້ວຍຄວາມເຂັມຂຸ້ນໃນ 7 ປີຫຼັງສຸດ ມີເຖິງ 5 ທີມທີ່ແບ່ງກັນຄວ້າແຊັມລີກສູງສຸດ ມັນສະແດງໃຫ້ເຫັນເຖິງຄວາມສູສີຂອງວົງການບານເຕະຫວຽດນາມ
ດັ່ງນັ້ນ, ແຕ່ລະສະໂມສອນ ທີ່ມີນັກເຕະຕົວຫຼັກຂອງທີມຊາດຢູ່ ຈິ່ງບໍ່ກ້າປ່ອຍໃຫ້ເຕະໄປຫາຄວາມທ້າທາຍໃໝ່ໆ.
4. ຄໍານວນແລ້ວວ່າບໍ່ຄຸ້ມຄ່າ.
   
ນັກເຕະຫວຽດນາມ ແຕ່ລະຄົນມີຄ່າເມື່ອຍທີ່ສູງຢູ່່ແລ້ວໃນລີກບ້ານຕົວເອງ, ການຍ້າຍໄປຫຼິ້ນກັບທີມອື່ນ ຖ້າຫາກເງິນບໍ່ຫຼາຍກວ່າຊັດເຈນ ຄົງຈະບໍ່ມີໃຜກ້າຍ້າຍມາ ເຊິ່ງທີມຈາກລີກປະເທດອື່ນ ກໍ່ຄໍານວນແລ້ວ ຖ້າຫາກດຶງຕົວມາຮ່ວມທີມດ້ວຍຄ່າຕົວ ແລະ ຄ່າເມື່ອຍແພງໆ ກໍ່ອາດຈະໃຊ້ປະໂຫຍດບໍ່ຄຸ້ມຄ່າ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...