ໂຄງການກໍ່ສ້າງທາງດ່ວນຄູ່ຂະ ໜານຖະໜົນໄກສອນ ພົມວິຫານ, ນະຄອນຫຼວງວຽງຈັນ ໄລຍະທີ I ແຕ່ເຂດເສດຖະກິດສະເພາະບຶງທາດຫຼວງຫາດົງໝາກຄາຍຍາວປະມານ
15 ກິໂລແມັດໃກ້ຈະລົງມືກໍ່ສ້າງ. ຫຼ້າສຸດພະແນກໂຍທາທິການ
ແລະຂົນສົ່ງນະຄອນຫຼວງວຽງຈັນ ໄດ້ເປີດໂອກາດໃຫ້ບັນດາບໍລິສັດຮັບເໝົາ
ກໍ່ສ້າງເຂົ້າຮ່ວມປະມູນຕາມເງື່ອນໄຂກຳນົດໄວ້.
ເງື່ອນໄຂທີ່ຈະໄດ້ຮັບການພິຈາລະນາຄັດເລືອກແມ່ນສາ
ມາດຈັດຕັ້ງປະຕິບັດໂຄງການລົງທຶນແບບບີໂອທີ (BOT) ໝາຍເຖິງກໍ່ສ້າງ
ແລະເກັບເງິນດ້ວຍຕົນເອງ, ໄລຍະການສຳປະທານ 50 ປີ ແລະສາມາດຕໍ່ອາຍຸໄດ້ ຕາມກົດໝາຍ, ໄລຍະເວລາການດຳເນີນ ການກໍ່ສ້າງຕ້ອງສຳເລັດກ່ອນເດືອນກຸມພາ 2021, ສຳລັບເງື່ອນໄຂການຊົດເຊີຍສິ່ງກີດຂວາງຕ້ອງມີຄວາມພ້ອມທາງດ້ານການເງິນ, ສາມາດຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນທີ່ຖືກຜົນກະທົບ
ໂດຍຜ່ານການໄກ່ເກ່ຍຂອງຄະນະກຳມະການທີ່ຖືກແຕ່ງຕັ້ງ ແລະປະຕິບັດຕາມດຳລັດ
ວ່າດ້ວຍການທົດແທນຄ່າເສຍຫາຍ ແລະຈັດສັນຍົກຍ້າຍປະຊາຊົນອອກຈາກໂຄງ ການພັດທະນາຂອງລັດ.
ບໍລິສັດຕ້ອງມີຄວາມສາມາດ ແລະປະ
ສົບການໃນການກໍ່ສ້າງທາງດ່ວນຕາມມາດຕະຖານລະດັບສູງ ທາງປະເພດ I (Class 1) ຂອງມາດຕະຖານທາງຫຼວງ ແຫ່ງຊາດ ແລະມາດຕະຖານອາຊຽນ, ຄວາມຍາວຂອງເສັ້ນທາງປະມານ
15 ກິໂລແມັດ, ກວ້າງ 54 ແມັດ, ພື້ນຜິວຈະລາຈອນລວມມີ 4 ຊ່ອງ, ກວ້າງຊ່ອງລະ 3,5 ແມັດ, ມີບ່າທາງ 2 ເບື້ອງ, ເບື້ອງລະ 3 ແມັດ, ມີໄຟເຍືອງທາງ ແລະມີດອນທາງກາງກວ້າງ 3,6 ແມັດ ສຳລັບດອນກາງທາງ ແລະແຄມທາງແມ່ນປູກຕົ້ນໄມ້ປະດັບປະດາ ແລະຕົກແຕ່ງຫຍ້າສີຂຽວ
ສ່ວນຄວາມໄວໃນການອອກແບບ 800-100 ກິໂລແມັດຕໍ່ຊົ່ວໂມງ, ນ້ຳໜັກໃນການອອກແບບບໍ່ຕໍ່າກວ່າ 11 ໂຕນຕໍ່ເພົາ, ສຳລັບການກໍ່ສ້າງທາງຄົນຍ່າງ ແລະທາງ ລົດຖີບໃນຂອບເຂດທາງດ່ວນຄວາມຍາວ 5,3 ກິໂລແມັດ ເລີ່ມແຕ່ກິໂລແມັດທີ 0+000 ເຖິງກິໂລແມັດທີ 5+300.
ອີງຕາມໜັງສືແຈ້ງການຂອງພະແນກ ໂຍທາທິການ
ແລະຂົນສົ່ງນະຄອນຫຼວງ ວຽງຈັນເລກທີ 5564 ລົງວັນທີ 21 ທັນວາ 2017 ວ່າດ້ວຍການເຊື້ອເຊີນເຂົ້າຮ່ວມປະມູນໂຄງການກໍ່ສ້າງທາງດ່ວນຄູ່ຂະໜານຖະໜົນໄກສອນ
ພົມວິຫານ, ນະຄອນຫຼວງວຽງຈັນ ໄລຍະທີ I ແຕ່ເຂດເສດຖະກິດສະເພາະບຶງທາດຫຼວງຫາດົງໝາກຄາຍ
ໂດຍໄດ້ເປີດໂອກາດ ໃຫ້ບັນດາບໍລິສັດທັງພາຍໃນ ແລະຕ່າງປະເທດ, ຜູ້ທີ່ມີຄວາມສົນໃຈ
ແລະມີຄວາມ ພ້ອມໃນການລົງທຶນກໍ່ສ້າງເສັ້ນທາງດັ່ງກ່າວ, ເຊິ່ງຈະເລີ່ມເປີດຂາຍຊອງປະມູນ
ແລະປິດຊອງປະມູນໃນວັນທີ 2 -16 ມັງກອນ 2018. ສ່ວນບໍລິສັດ ຫຼື ຜູ້ທີ່ມີຄວາມສົນໃຈສາມາດຕິດຕໍ່ໄດ້ທີ່ພະແນກໂຍທາທິການ ແລະຂົນສົ່ງນະຄອນຫຼວງ ຫຼື ໂທລະ ສັບ: 020 5552 8276; 021 212 629 ຫຼື E-mail: Soulivanh_p@yahoo.com
ແລະປິດຊອງປະມູນໃນວັນທີ 2 -16 ມັງກອນ 2018. ສ່ວນບໍລິສັດ ຫຼື ຜູ້ທີ່ມີຄວາມສົນໃຈສາມາດຕິດຕໍ່ໄດ້ທີ່ພະແນກໂຍທາທິການ ແລະຂົນສົ່ງນະຄອນຫຼວງ ຫຼື ໂທລະ ສັບ: 020 5552 8276; 021 212 629 ຫຼື E-mail: Soulivanh_p@yahoo.com

No comments:
Post a Comment