ຂປລ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ພື້ນຖານການຜະລິດກະສິກໍາ ແລະ ການກໍ່ສ້າງຂົວຂ້າມນໍ້າງື່ມ ບ້ານນາບົງຫາບ້ານກົກໄຮ ເມືອງປາກງື່ມ, ນະຄອນຫລວງວຽງຈັນ. ໃນວັນທີ 22 ພະຈິກ 2017 ນີ້, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານເຈົ້າເມືອງໆປາກງື່ມ, ອໍານາດການປົກຄອງ, ຕະຫລອດຮອດພໍ່-ແມ່ປະຊາຊົນເຂົ້າຮ່ວມຕ້ອນຮັບ.
ໂອກາດລົງຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ກຸ່ມການຜະລິດປູກຜັກປອດສານພິດ ໂດຍໄດ້ຮັບຟັງການລາຍງານ ໂດຍຫຍໍ້ຈາກນາຍບ້ານບ້ານທ່າຊ້າງວ່າ: ກຸ່ບປູກຜັກປອດສານພິດ ບ້ານທ່າຊ້າງ ເປັນກຸ່ມໜຶ່ງທີ່ເມືອງປາກງື່ມ ໄດ້ຖືເປັນທ່າແຮງໃນການຜະລິດສິນຄ້າທາງດ້ານກະສິກໍາ ເພື່ອ ຈໍາໜ່າຍໃນນະຄອນຫລວງວຽງຈັນ. ປັດຈຸບັນບ້ານທ່າຊ້າງ ມີເນື້ອທີ່ການຜະລິດກວມ 200 ກວ່າເຮັກຕາ, ມີເຮືອນຮົ່ມສາມາດ ປູກໄດ້ທັງລະດູຝົນ ແລະ ລະດູແລ້ງ 275 ຫລັງ, ໂດຍໄດ້ແບ່ງອອກເປັນສອງຫົວໜ່ວຍຄື: ກຸ່ມການຜະລິດກະສິກໍາ ແລະ ຫັດຖະກໍາ. ໃນນັ້ນກຸ່ມການຜະລິດກະສິກໍາຜັກປອດສານພິດໄດ້ສ້າງຕັ້ງຂຶ້ນໃນປີ 2010 ເບື້ອງຕົ້ນມີ 8 ຄອບຄົວ ດ້ວຍການລົງທຶນ 10 ລ້ານກີບ. ມາຮອດປັດຈຸບັນມີສະມາຊິກທັງໝົດ 82 ຄອບຄົວ. ສະເລ່ຍລາຍຮັບຄອບຄົວ1/ອາທິດປະມານ 1-2 ລ້ານກີບ ຂຶ້ນກັບແຕ່ລະເນື້ອທີ່ຂອງການຜະລິດ.
ໂອກາດດຽວກັນນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ເດີນທາງໄປຢຽມຢາມເບິ່ງໂຄງການກໍ່ສ້າງຂົວຂ້າມນໍ້າງື່ມ ທີ່ບ້ານນາບົງຫາບ້ານທ່າກົກໄຮ ໂດຍທ່ານໄດ້ຮັບຟັງການລາຍງານຈາກຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນວ່າ: ໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2016 ມາຮອດປັດຈຸບັນມີຄວາມໜ້າເກືອບ 60%, ຄາດວ່າຈະສໍາເລັດໃນປີ 2018 ເຊິ່ງຂົວແຫ່ງນີ້ ມີຄວາມຍາວ 236 ແມັດ, ໝ້າຂົວກວ້າງ 11 ແມັດ, ທາງຍ່າງສອງເບື້ອງລະ 1,5 ແມັດ, ມີການປະດັບປະດາ, ລະບົບປ້າຍສັນຍານທາງລວມ. ໂຄງການດັ່ງກ່າວແມ່ນການຊ່ວຍເຫລືອລ້າຈາກທ່ານ ສັກໄຊ ວົງມາລາສິດ (ປີເຕີຈັນ) ປະທານກຸ່ມບໍລິສັດລາວເວີນ ດ້ວຍມູນຄ່າການກໍ່ສ້າງປະມານ 105 ຕື້ກີບ.
ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄປຢ້ຽມຢາມຟາມງົວຕົວແບບການລ້ຽງງົວພັນ ເປັນສິນຄ້າ ແລະ ຟາມງົວ ຂອງບໍລິສັດເອັກສ໌ພີ ການຄ້າລາວ-ຈີນຈໍາກັດ, ຟາມດັ່ງກ່າວໄດ້ເລີ່ມສ້າງຕັ້ງຂຶ້ນປີ 2015, ມີເນື້ອທັງໝົດ 100 ກວ່າເຮັກຕາ, ມີງົວພັນປະມານ 100 ກວ່າໂຕ ແລະ ງົວພື້ນເມືອງ 500 ກວ່າໂຕ. ສໍາລັບຕະຫລາດທາງບໍລິສັດມີແຜນຈະຫຍາຍງົວທີ່ມີຄຸນນະພາບ ເພື່ອສົ່ງອອກໄປ ສສ ຫວຽດນາມ ແລະ ສປ ຈີນ.
ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມສູນຄົ້ນຄວ້າກະສິກໍາ-ປ່າໄມ້ ເຊິ່ງສູນດັ່ງກ່າວສ້າງຕັ້ງຂຶ້ນປີ 1983 ພາຍໃຕ້ໂຄງການຄົ້ນຄວ້າກະສິກໍາແບບປະສົມປະສານ, ປັດຈຸບັນທາງສູນ ໄດ້ມີການຄົ້ນຄວ້າ ເຕົ້າໂຮມແນວພັນພືດພື້ນເມືອງຫລາຍຊະນິດ ເປັນຕົ້ນ ແນວພັນເຂົ້າໄດ້ເຖິງ 14.000 ຕົວຢ່າງ, ເຂົ້າຝ່າງ 105 ຕົວຢ່າງ, ມັນຕົ້ນ 48 ຕົວຢ່າງ, ມັນດ້າງ ແລະ ເຜືອກ 77 ຕົວຢ່າງ, ແນວພັນຖົ່ວ 88 ຕົວຢ່າງ, ສາລີ-ສາລອຍ 234 ຕົວຢ່າງ ແລະ ອື່ນໆ.



No comments:
Post a Comment