Wednesday, 22 November 2017

ດ່ວນໆ ໃຜສົນໃຈຊື້ເຄື່ອງຈາກພີເອັສໄປເບິ່ງສິນຄ້າໄດ້ແລ້ວມື້ນີ້










ບໍລິສັດພີເອັສ ນັບແຕ່ອະດີດປະທານທັງສອງຄົນພ້ອມດ້ວຍບັນດາຜູ້ສະໜັບສະໜູນເປັນຕົວຕັ້ງຕົວຕີຖືກຈັບໄປເມື່ອວັນທີ 12/9/2017 ຜ່ານມາ ລັດຖະບານໄດ້ມີທິດຊີ້ນຳໃຫ້ເຈົ້າໜ້າທີ່ພາກລັດໄປກວດສອບຄວາມເປັນຈິງຮ່ວມກັບບັນດາຕົວແທນຂອງປະຊາຊົນຜູ້ເສຍຫາຍ ຊື່ງມາຮອດໃນວັນທີ 28/9/17 ນີ້ຄະນະສະເພາະກິດ ຂອງລັດຖະບານໄດ້ເຂົ້າກວດຄົ້ນຊັບສິນທີ່ເປັນວັດຖຸທັງໝົດຂອງບໍລິສັດທີ່ມີຢູ່ ໂດຍສະເພາະສ່ວນທີ່ຈະໝົດອາຍຸການນຳໃຊ້ ຕ້ອງຮີບຮ້ອນຕີລາຄາ ແລະນຳມາປະມູນຂາຍໃຫ້ໄວທີ່ສຸດ ແລະຂ່າວກໍ່ງຽບຫາຍໄປຈົນຮອດມື້ນີ້ຈິ່ງມີມາໃໝ່ອີກ.
ຊຶ່ງຂ່າວຫຼ້າສຸດນີ້ໄດ້ມີປະກາດເຖິງພໍ່ແມ່ ປະຊາຊົນ ບັນດາເຜົ່າ ແລະ ພໍ່ຄ້າຊາວຂາຍບັນດາຫ້າງຮ້ານຕ່າງໆ ທີ່ສົນໃຈ ຊື້ ເຄື່ອງໃຊ້ ເຂົ້າສານ ນ້ຳດື່ມ ເຂົ້າເປືອກ ແລະ ເຄື່ອງອຸປະໂພກ ບໍລິໂພກ ຊີ້ນສ່ວນໄກ່ ຊີ້ນສົດ ທິ່ມີຢູ່ໃນບໍລິສັດພີເອັສ
ຈາກຄະນະກຳມະການ ອານຸກຳມະການ ສະເພາະກິດ ໂດຍໄດ້ອອກຫນັງສືອານຸຍາດໃຫ້ທຸກຄົນ ເຂົ້າມາທາບທາມ ຊື້ສີນຄ້າໄດ້ແລ້ວ ເລີ່ມແຕ່ ວັນທີ 20ພະຈິກ ປີ2017 ຫາ ທີ 24 ພະຈິກ 2017 (ສ່ວນລາຄາ ຈະປະເມີນຕາມຜູ້ທີ່ຊື້ໄດ້)ສາມາດຕໍ່ລອງໄດ້ ເປີດປະມູນຂາຍ ເພື່ອນຳເງີນຈຳນວນດັ່ງກ່າວມາສົ່ງປະຊາຊົນຄືນ.
ຖ້າທ່ານໃດສົນໃຈ ກະລຸນາຕິດຕໍ່ພົວພັນ ໄດ້ທີ່ເບີໂທ 020 2225 9418, 020 2200 0540, 020 5590 6165 ໃນໂມງລັດຖະການໄດ້ເລີຍເດີ!!!!


ທຸກຢ່າງໃນນີ້ລ້ວນໄດ້ມາຈາກເງິນປະຊາຊົນ ສະນັ້ນຈິ່ງຄວນນຳໄປຂາຍແລ້ວເອົາເງິນມາເຮັດແນວອື່ນ ເພື່ອໃຫ້ໄດ້ເງິນປະຊາຊົນຄືນແກ່ສະມາຊິກ, ຊົມເຊີຍເຈົ້າໜ້າທີ່ລັດ.DD.///..D

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...