ເພື່ອກວດຄຸນະພາບກະສິກຳວ່າຈະມີສານເຄມີເຈືອປົນຢູ່ໃນຜະລິດຕະພັນ ທັງເປັນການໂຄສະນາສົ່ງເສີມໃຫ້ປະຊາຊົນໄດ້ເຂົ້າໃຈສຸຂະອະນາໄມຂອງຜະລິດຕະພັນ ການບໍລິໂພກກະສິກຳສະອາດ ກະສິກຳອິນຊີ ໂດຍສະເພາະ ທາງດ້ານພືດຜັກ ແລະ ໝາກໄມ້ ທີ່ສະອາດຖືກຕ້ອງຕາມຫຼັກອະນາໄມຂອງກະຊວງສາທາລະນະສຸກວາງອອກ.
ໃນວັນທີ 11 ພະຈິກ 2017 ຢູ່ຕະຫຼາດກະສິກຳອິນຊີຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຈັນທະບູລີ ນຳໂດຍທ່ານ ໄຊຈະເລີນ ທອງຟ່າງຫວັງກີ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຈັນທະບູລີ ຜູ້ຊີ້ນຳວຽກງານໜ່ວຍງານປູກຝັງ ພ້ອມດ້ວຍພະນັກງານວິຊາການ ໄດ້ລົງເຄື່ອນໄຫວກວດສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້.
ທ່ານ ໄຊຈະເລີນ ທອງຟ່າງຫວັງກີ ກ່າວວ່າ: ພາຍຫຼັງທີ່ຂະແໜງປູກຝັງ ໄດ້ມອບເຄື່ອງວິໄຈ (ຊຸດອຸປະກອນການກວດສອບກະສິກຳ (GT) ເພື່ອກວດຄຸນະພາບກະສິກຳ ວ່າຈະມີສານເຄມີເຈືອປົນຢູ່ໃນຜະລິດຕະພັນ ທາງວິຊາການກໍ່ໄດ້ເຄື່ອນໄຫວກວດກາເປັນໄລຍະ ໄດ້ລົງປະຕິບັດຕົວຈິງຢູ່ໃນຕະຫຼາດ ສະເພາະການລົງວິໄຈຮອບນີ້ເປັນຄັ້ງທີ 6 ສະເພາະຕະຫຼາດອິນຊີເຮັດເພື່ອສະໜອງຜົນລະປູກຈາກກຸ່ມຜະລິດກະສິກຳອິນຊີ ຜ່ານມາທາງພະແນກກ່ຽວຂ້ອງກໍ່ກວດຢູ່ຂັ້ນຕົ້ນທາງ ຈາກການປະຕິບັດຜ່ານມາ ແມ່ນພົບເລື່ອງສານເຄມີຈຳນວນໜຶ່ງຢູ່ບັນດາຕະຫຼາດທົ່ວໄປພາຍໃນເມືອງ ການກວດກາຄັ້ງນີ້ ເພື່ອເປັນການສົມທຽບໃສ່ຕະຫຼາດພາຍໃນເມືອງຈັນທະບູລີ ທີ່ໄດ້ກວດຜ່ານມາ ວ່າມີຄວາມສະອາດແທ້ຈິງ ຫຼື ບໍ່ຢູ່ໃນລະບຽບຫຼັກການ ທຽບໃສ່ຜະລິດຕະພັນທີ່ບໍ່ໄດ້ອິນຊີ.
ສຳລັບການເຮັດວິໄຈຄັ້ງນີ້ແມ່ນໄດ້ນຳເອົາພືດຜັກ ແລະ ໝາກໄມ້ ລວມມີ 7 ຊະນິດຄື: ໝາກນ້ຳ ໝາກຮຸ່ງ ຜັກກາດຫ້ອງເຕ້ ເບ້ຍນ້ອຍຕາເວັນ ຜັກກາດຂາວ ຜັກກາດຂີວ ຜັກກາດຊອມ ເພື່ອກວດຫາສານເຄມີຕົກຄ້າງໃນຜະລິດຕະພັນດັ່ງກ່າວ ຜ່ານການກວດກາ ແລະ ວິໄຈຕົວຈິງນັ້ນແມ່ນບໍ່ພົບເຫັນສານເຄມີຕົກຄ້າງໃນພືດຜັກ ແລະ ໝາກໄມ້ ເຊິ່ງສາມາດຢັ້ງຢືນໄດ້ວ່າ ເປັນຜະລິດຕະພັນປອດສານພິດແທ້. ຂ່າວ: ນສພ ວຽງຈັນໃຫ່ມ

No comments:
Post a Comment