ພັກລັດຖະບານ ທີ່ປົກຄອງປະເທດໃນປັດຈຸບັນ ຂອງຊິມບັບເວ ໄດ້ອ້າງໃນສື່ສັງຄົມ
ວ່າ ປະທານາທິບໍດີ Robert Mugabe ແລະ ຄອບຄົວຂອງທ່ານ ໄດ້ຖືກຄວບຄຸມໂຕໄວ້ ໃນຕອນແລງວັນອັງຄານວານນີ້ ໃນອັນທີ່ເບິ່ງຄືກັບວ່າ ເປັນການພະຍາຍາມ
ທີ່ຈະໂຄ່ນລົ້ມ ປະທານາທິບໍດີ ຜູ້ທີ່ຄອງອຳນາດມາໄດ້ດົນນານແລ້ວນັ້ນ.
“ເມື່ອມື້ຄືນວານນີ້ ຄອບຄົວປະທານາທິບໍດີ ໄດ້ຖືກຄວບຄຸມໂຕໄວ້ ແລະ ປອດໄພດີ
ເພື່ອລັດຖະທຳມະນູນ ແລະ ຄວາມສະຫງົບຂອງປະເທດຊາດ ອັນນີ້ແມ່ນມີຄວາມ
ຈຳເປັນ” ນັ້ນເປັນຂໍ້ຄວາມຂຽນລົງທາງ Twitter ໃນຕອນເຊົ້າວັນພຸດມື້ນີ້ ທີ່ໄດ້ສົ່ງ
ຈາກຜູ້ມີຊື່ວ່າ @zanu_pf. ຂໍ້ຄວາມນັ້ນ ກ່າວອີກວ່າ “ທ່ານ Mugabe ແລະ
ພັນລະຍາ ບໍ່ໄດ້ເປັນເຈົ້າຂອງ ຊິມບັບເວ ຫຼື ZANU. ມື້ນີ້ ເປັນການເລີ່ມຕົ້ນ
ຍຸກໃໝ່ ແລະ ສະຫາຍ Mnangagwa ຈະຊ່ອຍພວກເຮົາ ໃຫ້ບັນລຸເປົ້າໝາຍ
ເຮັດໃຫ້ຊິມບັບເວ ດີຂຶ້ນກວ່າເກົ່າ.”

No comments:
Post a Comment