Monday, 6 November 2017

ນັກລົງທຶນວິຕົກ…ຕະຫຼາດຫຸ້ນເອເຊຍຕົກລົງລະເນລະນາດ ຍ້ອນການມາຢ້ຽມຢາມຂອງ ທຣັມ


ຈາກຄຳທີ່ ທຣັມ ກ່າວກັບຜູ້ສື່ຂ່າວທີ່ລາຍງານຢູ່ກອງປະຊຸມ ຜູ້ນຳ ທຸລະກິດຍິປຸ່ນ-ອາເມລິກາ . ການພົວພັນດ້ານການຄ້າລະຫວ່າງສອງປະເທດແມ່ນບໍ່ຍຸດຕິທໍາແລະ ຍິປຸ່ນໄດ້ປຽບທາງການຄ້າສະຫະລັດອາເມລິກາຕະຫຼອດ. ໃນເວລາດຽວກັນນັ້ນ, ຜູ້ວ່າການທະນາຄານກາງຈີນ ອອກມາເຕືອນເລື່ອງພສວະໜີ້ສິນ ທີ່ຫລາຍເກີນໄປ ລ້ວນເປັນປັດໃຈ ທີ່ສ້າງຄວາມກັງວົນໃຫ້ບັນດາຜູ້ສົ່ງອອກ  ດັ່ງນັ້ນ, ຕະຫຼາດຫຸ້ນຊັເອເຊຍຫລຸດລົງຢ່າງຖ້ວນໜ້າ.
ຕະຫຼາດຮ່ອງກົງ: ດັດຊະນີ Hong Kong Futures Exchange Limited ( HKFE ) ຫຼື ດັດສະນີ Hang seng ຫຼຸດລົງ 1.3%
ຕະຫຼາດຫຼັກຊັບຊຽງໄຮ້:  SSE composite ຫຼຸດລົງ 0.4%
ຕະຫຼາດຫຼັກຊັບເກົາຫລີໃຕ້ :  KRX ຫຼຸດລົງ 1.0%
ຕະຫຼາດຫຼັກຊັບໄຕ້ຫວັນ : TWSE  ຫຼຸດລົງ 0.1%
ຕະຫຼາດຫຼັກຊັບອົດສະຕາລີ:  ASX ຫຼຸດລົງ 0.2%
ໃນຂະນະທີ່ເງິນເຢນອ່ອນຄ່າລົງເມື່ອທຽບກັບເງິນໂດລາສະຫະລັດ ບໍ່ໄດ້ເຮັດໃຫ້ບັນດາຜູ້ສົ່ງອອກຂອງຍິປຸ່ນໄດ້ຮັບຜົນກະທົບຈາກຄໍາເວົ້າຂອງ ທຣັມຫຼາຍ ປານໃດ. ບັນດາຕະຫຼາດທຶນທົ່ວໂລກມີຄວາມກັງວົນກ່ຽວກັບວາທະ ລະຫວ່າງຜູ້ນຳສະຫະລັດ ແລະ ຜູ້ນຳເກົາຫລີເໜືອ ນອກຈາກນັ້ນຍັງມີຄວາມກັງວົນວ່າເກົາຫລີເໜືອອາດ ຈະໄດ້ທົບສອບການທົດລອງຂີປະນາວຸດ ແລະ ທົດສອບອາວຸດນິວເຄຣຍ ໃນຊ່ວງທີ່ຜູ້ນຳ ອາເມລິກາຢ້ຽມຢາມເອເຊຍ
Sout: Raosou kun fung

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...