ວິທີດຽວທີ່ ສະຫະລັດ ຈະຄົ້ນພົບຂະໜາດຂອງຄັງອາວຸດນິວເຄລຍຂອງ ເກົາຫຼີເໜືອແລະ ທຳລາຍມັນໄດ້ ກໍແມ່ນຜ່ານການບຸກເຂົ້າທາງພື້ນດິນ.ທຳນຽບຫ້າແຈ ໄດ້ໃຫ້ການຢືນຢັນດັ່ງກ່າວນັ້ນ ໃນຈົດໝາຍທີ່ຂຽນຫາບັນດາສະມາຊິກສະພາ ຜູ້ທີ່ຢາກຈະຮູ້ ກ່ຽວກັບ ເຫດຜົນ ແລະ ຄວາມເສຍຫາຍຕໍ່ມະນຸດໃນທຸກໆຄວາມຂັດແຍ້ງກັບ ເກົາຫຼີເໜືອ.ຈົດໝາຍຈາກນາຍພົນເຮືອ ໄມເຄິລ ເຈ ດູມັອນ ຈາກເສນາທິການຮ່ວມ ໄດ້ກ່າວຕໍ່ບັນດາສະມາຊິກສະພາວ່າ ການລາຍງານປິດລັບ “ຈະເປັນການດີທີ່ສຸດ ທີ່ຈະປຶກສາຫາລືຢ່າງລະອຽດ ກ່ຽວກັບ ຄວາມສາ ມາດຂອງ ສະຫະລັດ ແລະ ພັນທະມິດຂອງເຂົາເຈົ້າ ເພື່ອຕອບໂຕ້ຄວາມສາມາດຂອງ ເກົາຫຼີເໜືອ ທີ່ຈະຕອບໂຕ້ດ້ວຍອາວຸດນິວເຄລຍ ແລະ ລົບລ້າງອາວຸດນິວເຄລຍຂອງ ເກົາຫຼີເໜືອ ທີ່ຖືກຝັງລົງເລິກໃນສະຖານທີ່ໃຕ້ດິນ.”
ບັນດາສະມາຊິກສະພາຕໍ່າ ທ່ານ ເທັດ ລິວ ຈາກລັດຄາລິຟໍເນຍ ແລະ ທ່ານ ຣູເບັນກາລເລໂກ ຈາກລັດ ອາຣິໂຊນາ, ທັງສອງທ່ານສັງກັດພັກເດໂມແຄຣັດ ໄດ້ຂໍເອົາຂໍ້ມູນ
ດັ່ງກ່າວ.ໃນວັນເສົາຜ່ານມານີ້, ບັນດາສະມາຊິກພັກເດໂມແຄຣັດ 15 ຄົນ ແລະ ສະມາຊິກພັກຣີພັບບລີກັນນຶ່ງຄົນ ໄດ້ອອກຖະແຫຼງການສະບັບນຶ່ງໃນການຕອບໂຕ້ຕໍ່ຈົດໝາຍຂອງທ່ານ ດູມັອນ, ເຊິ່ງໄດ້ຖືກເປີດເຜີຍໃນວັນເສົາວານນີ້ເຊັ່ນກັນ ໄດ້ກ່່າວວ່າ, ເຂົາເຈົ້າໄດ້ພົບເຫັນມາດຕະການຕ່າງໆ ທີ່ຕ້ອງການເພື່ອທຳລາຍຄັງອາວຸດຂອງ ເກົາຫຼີເໜືອວ່າ “ມີຄວາມເປັນຫ່ວງຢ່າງຍິ່ງ” ແລະ ໄດ້ຮຽກຮ້ອງໃຫ້ປະທານາທິບໍດີ ສະຫະລັດທ່ານ ດໍໂນລ ທຣຳ ຢຸດທຳການກ່າວແບບບໍ່ລະມັດລະວັງ ກ່ຽວກັບ ສະຖານະການທີ່ເຄັ່ງຕຶງໃນ ເກົາຫຼີເໜືອ.
ທ່ານ ລິວ ໄດ້ກ່າວຕໍ່ໜັງສືພິມ ວໍຊິງຕັນ ໂພສ ວ່າ “ມັນສຳຄັນສຳລັບປະຊາຊົນທີ່ຈະເຂົ້າໃຈວ່າ ການເຮັດສົງຄາມກັບມະຫາອຳນາດນິວເຄລຍຈະເປັນແນວໃດ.” ທ່ານ
ໄດ້ກ່າວວ່າ ປະຊາຊົນ 3 ແສນຄົນທີ່ອາດຈະຕາຍໃນມື້ທຳອິດນັ້ນ, ຫຼາຍກວ່າ 1 ແສນຄົນໃນນັ້ນອາດແມ່ນຄົນ ອາເມຣິກັນ.ທ່ານ ກາລເລໂກ ໄດ້ກ່າວວ່າ ບັນດາສະມາຊິກສະພາ “ຢາກຈະຮັບ ປະກັນວ່າ ມັນມີຄວາມໂປ່ງໄສຢ່າງເຕັມທີ່ ແລະ ມີຂໍ້ມູນຢູ່ນອກນັ້ນ ກ່ຽວກັບ ສິ່ງທີ່ສາມາດເກີດຂຶ້ນ ຖ້າ
ບັນດາຜູ້ນຳພົນລະເຮືອນຂອງພວກເຮົາຫາກທຳການຄິດໄລ່ຜິດພາດ.”
No comments:
Post a Comment