Wednesday, 8 November 2017

ກຸ່ມປະເທດສະມາຊິກນາໂຕ ເຂົ້າຮ່ວມການປະຊຸມທີ່ປະເທດ ເບວຢ່ຽມຕະຫຼອດພາຍໃນອາທິດນີ້ ໂດຍມີປະເດັນ ຫາລືສຳຄັນຄືການຫ້າງແຜນຮື້ຟື້ນສູນບັນຊາການຊຶ່ງຖືກຍຸບ ໄປຫຼັງສິ້ນສຸດສົງຄາມເຍັນ.




ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຈາກ 29ປະເທດ ສະມາຊິກກອງການສົນທິສັນຍາແອັດແລນຕິກເໜືອ (NATO) ເຂົ້າຮ່ວມການປະຊຸມ ທີ່ກຸງບັດເຊວ ເມືອງຫຼວງຂອງເບວຢ່ຽມ ເຊິ່ງເລີ່ມຂື້ນຕັ້ງແຕ່ ວັນທີ 7 ພຶດສະພາ ແລະມີ ການຫາລືກັນຖຶງມາດຕະການປ້ອງກັນໄພຄຸກຄາມຈາກການຂະຫຍາຍອໍານາດທາງຫະຫານຂອງລັດເຊຍ.ສໍານັກຂ່າວລອຍເຕີ ບິສຊີເນສອິນໄຊເດີ ລະບຸວ່າປະເທດສະມາຊິກນາໂຕ ບໍ່ພໍໃຈທີ່ລັດເຊຍນໍາກຳລັງຫະຫານ ເຂົ້າໄປແຊກແຊງສະຖານະການໃນດິນແດນໄຄຼເມຍຂອງຢູເຄຼນ ເມື່ອປີ 2014 ຊຶ່ງນຳໄປສູ່ການລົງປະຊາມະຕິ ແຍກຕົວເປັນ ເອກະລາດຈາກຢູເຄນ ແລະ ເມື່ອຕົ້ນເດືອນກັນຍາທີ່ຜ່ານມາ ກອງທັບລັດເຊຍຍັງໄດ້ຈັດການຝຶກຊ້ອມຮົບຂະໜາດໃຫຍ່ ໂດຍມີກໍາລັງພົນນັບພັນ ເຂົ້າຮ່ວມກັນຢ່າງພ້ອມໜ້າ ແລະ ມີການທົດສອບການເຮັດສົງຄາມອີເລັກໂທຼນິກດ້ວຍ ເຮັດໃຫ້ນາໂຕ ເບິ່ງວ່າລັດເຊຍມີແນວໂນ້ມ ທີ່ຈະເປັນໄພຄຸກຄາມເພີ່ມຫຼາຍຂື້ນເລື່ອຍໆດ້ວຍເຫດການນີ້ປະເທດສະມາຊິກ ນາໂຕ ຈຶ່ງໄດ້ຫາລືກັນເພື່ອຈະຫ້າງມາດຕະການປ້ອງກັນໄພຄຸກຄາມ ຮອບໃໝ່ຈາກລັດເຊຍ ແລະມີຂໍ້ສະເໜີໃຫ້ຮື້ຟື້ນສູນບັນ ຊາການ ໃນຢູໂຮຼບ ແລະແນວແອັດແລນຕິກເໜືອຂື້ນໃໝ່ ຫຼັງຈາກທີ່ສູນບັນຊາການຈໍານວນໜຶ່ງຖືກລະງັບໄປຫຼັງສິ້ນສຸດ ຍຸກສົງຄາມເຢັນ ຊຶ່ງ ທ່ານ ຈິມ ແມັດທິວ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ສະຫະລັດ ສະໜັບສະນຸນແຜນການ ດັ່ງກ່າວແລະລະບຸວ່າ ນາໂຕອາດຕ້ອງພິຈາລະນາແຜນການລຳລຽງ ກຳລັງພົນພາຍໃນຢູໂຮຼບໃຫ້ມີປະສິດທິພາບ ແລະ ໄວຂື້ນ ດ້ວຍ.ເຖິງວ່າທ່ານແມັດທິວ ຈະມີທ່າທີສະໜັບສະໜູນມາດຕະການ ຮື້ຟື້ນສູນບັນຊາການ ນາໂຕ ແຕ່ກ່ອນໜ້ານີ້ທ່ານ ໂດນັນ ທຮັມ ປະທານາທິບໍດີສະຫະລັດ ເຄີຍປະກາດວ່າຈະຕັດງົບສະໜັບສະນູນນາໂຕ ເພາະບໍ່ພໍໃຈທີ່ສະຫະລັດຈ່າຍເງິນ ສະໜັບສະໜູນຫຼາຍກ່ວາປະເທດສະມາຊິກອື່ນໆ ໂດຍທ່ານ ທຮັມ ຂູ່ວ່າຖ້າຫາກປະເທດອື່ນ ບໍ່ສະໜັບສະນູນງົບ ຫລາຍຕາມ ເປົ້າທີ່ໄດ້ຕົກລົງກັນໄວ້ ສະຫະລັດກໍ່ຈະບໍ່ຈ່າຍງົບໃຫ້ນາໂຕະຄືກັນ.

ດ້ານສຳນັກຂ່າວ ເອເອບຟີ ແຊນແນວນິວເອເຊຍ ລາຍງານວ່າ ຫລັງສິ້ນສຸດຍຸກສົງຄາມເຢັນ ອົງການນາໂຕ ມີກໍາ ລັງພົນປະມານ 22,000 ຄົນ ໃນສູນບັນຊາການ ແລະຖານທັບຍ່ອຍ 32 ແຫ່ງທົ່ວໂລກແຕ່ເມື່ອປີ 2002 ເປັນຕົ້ນມາ ໄດ້ ມີການປັບລຸດກໍາລັງພົນເຫຼືອພຽງ 7000ຄົນ ໃນສູນບັນຊາການ 7ແຫ່ງ ແຕ່ປັດຈຸບັນກອງກຳລັງນາໂຕ ເຂົ້າຮ່ວມປະຕິບັດ ການຕໍ່ສູ້ກຸ່ມກໍ່ການຮ້າຍໃນອັບການິສະຖານ ລວມຖຶງກຸ່ມປະເທດອື່ນໆໃນຕາເວັນອອກກາງ ແອບຟິກາເໜືອ ແລະຢູໂຮຼບ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...