ຊົມວິດີໂອລະທຶກຂັວນ ໂດຍສະເພາະຄົນທີ່ຢ້ານຄວາມສູງ ແນ່ນອນວ່າຄົງບໍ່ເລືອກໃຊ້ເສັ້ນທາງນີ້ໃນການເດີນທາງເດັດຂາດ
ຈາກໝູ່ບ້ານຫຍູຊານ (鱼山) ໃນມົນທົນຫູເປີ່ຍ ປະເທດຈີນ ເມື່ອກ່ອນມີເສັ້ນທາງດຽວໃນການເດີນທາງອອກນອກໝູ່ບ້ານແມ່ນຕ້ອງໄດ້ຂີ່ສະລິງຂ້າມພູເຂົາ ເຊິ່ງຄົນໃນໝູ່ບ້ານໄດ້ນຳໃຊ້ສາຍສະລິງນີ້ເພື່ອການເດີນທາງເກືອບສອງທົດສະວັດແລ້ວ
ແຕ່ໃນທີ່ສຸດຊີວິດການສ່ຽງຕາຍ ແລະ ຄວາມຢ້ານກົວທັງໝົດກໍ່ຈົບລົງ ເມື່ອລັດຖະບານຈີນໄດ້ຍື່ນມືເຂົ້າມາຊ່ວຍ ໂດຍໃຊ້ງົບເກືອບ 5 ລ້ານຢວນ ສ້າງເສັ້ນທາງຄອນກີດໄລຍະທາງ 20 ກິໂລແມັດອ້ອມທາງຕີນພູໃຫ້ໄປຫາໝູ່ບ້ານ ເຮັດໃຫ້ຊາວບ້ານຫຍູຊານ ເດີນທາງສະດວກສະບາຍຫຼາຍຂຶ້ນກວ່າເກົ່າ

No comments:
Post a Comment