Monday, 13 November 2017

ເລຂາທິການໃຫຍ່_ລາວ-ຈີນ_ຮ່ວມວາງສິລາເລີກ



ໂຄງການກໍ່ສ້າງໂຮງໝໍ ມະໂຫສົດ ຫລັງໃໝ່
ເລຂາທິການໃຫຍ່ ແລະ ປະທານປະເທດ ສະຫາຍ ບຸນຍັງ ວໍລະຈິດ ແລະ ເລຂາທິການໃຫຍ່ ແລະ ປະທານປະເທດແຫ່ງ ສປ ຈີນ ສະຫາຍ ສີ ຈິ້ນຜິງ ໄດ້ເຂົ້າຮ່ວມພິທີວາງສິລາເລີກໂຄງການກໍ່ສ້າງໂຮງໝໍມະໂຫສົດຫລັງໃໝ່ ໃນວັນທີ 14 ພະຈິກ 2017, ໂດຍມີການນຳຂັ້ນສູງພັກ-ລັດຖະບານ ແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງໝໍມະໂຫສົດຫລັງໃໝ່ ເປັນໂຮງໝໍຂະໜາດ 600 ຕຽງ, ສູງ 8 ຊັ້ນ, ເນື້ອທີ່ດິນກໍ່ສ້າງ 31 ພັນຕາແມັດ, ພື້ນທີ່ຊົມໃຊ້ 54 ພັນຕາແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 600 ລ້ານກວ່າຢວນ, ຄາດວ່າຈະສ້າງສຳເລັດໃນປີ 2020. ໂຄງການດັ່ງກ່າວ, ເປັນໂຄງການຂະໜາດໃຫຍ່ທີ່ສຸດ, ຈຳນວນຕຽງ ແລະ ມູນຄ່າການກໍ່ສ້າງຫລາຍທີ່ສຸດທີ່ລັດຖະບານຈີນ ໄດ້ໃຫ້ການຊ່ວຍເຫລືອໃນການກໍ່ສ້າງໂຮງໝໍແກ່ຕ່າງປະເທດ.
ພາຍຫລັງສຳເລັດພິທີວາງສິລາລຶກ ສະຫາຍ ບຸນຍັງ ວໍລະຈິດ ແລະ ສະຫາຍ ສີ ຈິ້ນຜິງ ໄດ້ໄປຢ້ຽມຢາມຄົນເຈັບຜ່າຕັດຕາຂຸ້ນ ທີ່ໄດ້ຮັບການຊ່ວຍເຫລືອຜ່າຕັດໂດຍແພດ ຈາກ ສປ ຈີນ. 

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...