Monday, 13 November 2017

ງານນີ້ມີຮາເມື່ອ 'ທຣຳ' ສັບສົນ ບໍ່ເຂົ້າໃຈທຳນຽມ ເຮັດໃຫ້ການຈັບມືແບບອາຊຽນສາມັກຄີ 'ວົງແຕກ'


ທຣຳ ມຶນຈັບມືກະຊັບມິດ ສັບສົນເອື້ອມສອງມືຕໍ່ມືຜູ້ນຳຂ້າງຂວາ ປ່ອຍຜູ້ນຳຂ້າງຊ້າຍຍື່ນມືເກີ້ ເຮັດວົງຊຳມິດອາຊຽນແຍກເປັນສອງ ກ່ອນຮູ້ຕົວປ່ອຍໄກ່ ຮີບຟ້າວໄຂວ່ມືໃໝ່ ພາງຫົວແກ້ເຂີນ.

ສຳນັກຂ່າວເອເອັບພີລາຍງານວ່າ ລະຫວ່າງການຖ່າຍຮູບຮ່ວມກັບຜູ້ນຳປະເທດສະມາຊິກອາຊຽນທີ່ກຸງມະນິລາເມື່ອວັນຈັນ ໂດນັນ ທຣຳ ເຮັດໃຫ້ແຖວຜູ້ນຳແຍກເປັນສອງສ່ວນ ເພາະຜູ້ນຳສະຫະລັດບໍ່ໄດ້ໄຂວ່ແຂນຈັບມືກັບຜູ້ນຳທີ່ຢືນຄຽງສອງຂ້າງ ຢ່າງທີ່ວົງປະຊຸມແຫ່ງນີ້ກະທຳກັນເປັນປະເພນີ ເພື່ອສະແດງຄວາມເປັນເອກະພາບ.
ທຣຳ ຫັນໄປທາງຂວາ ຍື່ນສອງມືໄປຈັບນິ້ວຂອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ປ່ອຍໃຫ້ປະທານາທິບໍດີຟິລິບປິນ​​ ໂຣດຣິໂກ ດູເຕີເຕ ຢື່ນມືເກີ້ ເຮັດໃຫ້ແຖວຂອງຜູ້ນຳແຍກເປັນສອງສ່ວນ.
ຜູ້ນຳທີ່ຮ່ວມຈັບມືປະກອບດ້ວຍຫົວໜ້າລັດຖະບານຈາກ 10 ປະເທດອາຊຽນ ພ້ອມດ້ວຍຜູ້ນຳຈີນ, ລັດເຊຍ, ນິວຊີແລນດ ອົດສະຕຣາລີ, ອິນເດຍ, ການາດາ, ຍີ່ປຸ່ນ ແລະ ເກົາຫຼີໃຕ້.ຫຼັງເຮັດທ່າສັບສົນຄາວໜຶ່ງ ທຣຳ ກໍໄຂວ່ມືໃໝ່ ຈັບມືກັບທັງ ຫງວຽນ ແລະ ດູເຕີເຕ ແລ້ວຫົວ​​ແກ້ເຂີນ.




ຂໍ້ມູນ : voicetv 

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...