ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກກະຊວງປ້ອງກັນປະເທດແຫ່ງ ສປປລາວ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມມຽນມາ ຕາມຄຳເຊື້ອເຊີນຂອງທ່ານ ພົນເອກ ອາວຸໂສ ມິນ ອ່ອງຫຼ່າຍ, ຜູ່ບັນຊາການທະຫານສູງສຸດຂອງມຽນມາ ລະຫວ່າງວັນທີ 19-23 ພະຈິກ 2017
ຄະນະຜູ່ແທນລະດັບສູງຂອງສອງປະເທດໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ດ້ານວຽກງານຊາຍແດນຂອງສອງປະເທດແມ່ນມີຄວາມສະຫງົບໂດຍພື້ນຖານປັດສະຈາກບັນຫາຕ່າງໆທີ່ກະທົບກະເທືອນເຖິງອະທິປະໄຕຂອງແຕ່ລະປະເທດ, ປະຊາຊົນສອງຊາດທຳມາຫາກິນ ແລະ ຄ້າຂາຍໄປມາຫາສູ່ກັນຢ່າງສະຫງົບສຸກ, ການປັກຫຼັກໝາຍຊາຍແດນຂອງສອງປະເທດແມ່ນໄດ້ຮັບຜົນສຳເລັດຢ່າງຖາອວນດ້ວຍເວລາອັນສັ້ນ ເຊິ່ງບໍ່ເຄີຍມີມາໃນປະຫວັດສາດແຫ່ງການພົວພັນຂອງສອງປະເທດ
ທັງສອງຝ່າຍຍັງໄດ້ຮ່ວມມືກັນປາບປາມການຄ້າຂາຍຂອງເຖື່ອນ, ຢາເສບຕິດຢູ່ຕາມບໍລິເວນຊາຍແດນ, ການຮ່ວມມືທາງດ້ານການທ່ອງທ່ຽວ, ການຄ້າ ແລະ ອື່ນໆ, ການຮ່ວມມືລະຫວ່າງສອງກອງທັບລາວ-ມຽນມາ ແມ່ນໄດ້ຮັບການເພີ່ມພູນຄູນສ້າງ ແລະ ງອກງາມຂຶ້ນເລື້ອຍໆ ໂດຍມີຫ້ອງການທີ່ປຶກສາທູດຝ່າຍທະຫານຕັ້ງຢູ່ແຕ່ລະປະເທດ, ມີຄະນະກຳມະການ, ອະນຸກຳມະການຊາຍແດນຂັ້ນສູນກາງ ແລະ ທ້ອງຖິ່ນແຕ່ລະໆດັບ ເພື່ອແລກປ່ຽນຂໍ້ມູນຂ່າວສານ ເຮັດໃຫ້ບໍລິເວນຊາຍແດນມີຄວາມສະຫງົບກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື
ໄດ້ລົງນາມບົດບັນທຶກຄວາມຊົງຈຳ ເພື່ອເປັນບ່ອນອີງໃນການຮ່ວມມືກັນໃນຄັ້ງຕໍ່ໄປ ແລະ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສອນສະຖານຄວາມຊົງຈຳນັກຮົບເກົ່າກອງທັບມຽນມາທີ່ເສຍສະຫຼະຊີວິດໃນປາງສົງຄາມຕ້ານຈັກກະພັດຜູ່ຮຸກຮານຢ່າງອົງກາດກ້າຫານຈົນເຮັດໃຫ້ປະຊາຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະທ່ານ ລມຕ ຍັງໄດ້ເຂົ້າຢ້ຽມຂໍ່ານັບພະນະທ່ານ ອູ ທິນ ຈໍ, ປະທານປະເທດມຽນມາ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຄະນະຜູ່ແທນທະຫານຂັ້ນສູງຂອງກອງທັບປະຊາຊົນລາວ ທີ່ເດີນທາງມາຢ້ຽມຢາມສອງຊາດ, ສອງກອງທັບ ແລະ ເຮັດໃຫ້ສາຍພົວພັນຂອງປະຊາຊົນສອງຊາດລາວ-ມຽນມາໄດ້ຮັບການຖະນຸຖະໜອມ, ຮັດແໜ້ນ ແລະ ງອກງາມຍິ່ງໆຂຶ້ນ, ພ້ອມທັງໄດ້ອວຍພອນໃຫ້ຄະນະຜູ່ແທນທະຫານຂັ້ນສູງຂອງກອງທັບປະຊາຊົນລາວ ໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ມຽນມາໃນຄັ້ງນີ້ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...





No comments:
Post a Comment