Tuesday, 21 November 2017

ໄຊຍະບູລີມີຫຼາຍກິດຈະກຳເປີດປີທ່ອງທ່ຽວລາວ 2018

ທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຂອງແຂວງໃນວັນທີ 17 ພະຈິກ 2017 ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນຄວາມພ້ອມໃນການເປີດປີທ່ອງທ່ຽວປີ 2018 ທີ່ແຂວງໄຊຍະບູລີ ແມ່ນພ້ອມແລ້ວ ໃນທຸກດ້ານ ເຊິ່ງລາຍລະອຽດທ່ານ ໄດ້ກ່າວວ່າ: ສຳລັບການຈັດປີທ່ອງທ່ຽວລາວຂອງແຂວງໄຊຍະບູລີ ແມ່ນຈະໄດ້ຈັດຂຶ້ນພ້ອມກັບງານມະຫາກຳບຸນຊ້າງໃນວັນທີ 17 ກຸມພາ 2018 ສຳລັບກິດຈະກຳສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຈະປະກອບມີທັງໝົດ 12 ກິດຈະກຳໃນຂອບເຂດທົ່ວແຂວງເຊັ່ນ: ເທດສະການບຸນກອງເຂົ້າໃຫຍ່ເມືອງພຽງໄດ້ຈັດຂຶ້ນໃນເດືອນ 1 ປີ 2018.
ງານມະຫາກຳບຸນຊ້າງຢູ່ເທດສະບານແຂວງຈັດຂຶ້ນໃນເດືອນ 2 ປີ 2018, ເທດສະການບຸນເຂົ້າຈີ່ໃຫຍ່ເມືອງບໍ່ແຕນຈັດຂຶ້ນເດືອນ 2 ປີ 2018, ເທດສະການບຸນສິງໂຂນເມືອງປາກລາຍຈັດຂຶ້ນໃນເດືອນ 3 ປີ 2018, ເທດສະການບຸນພະທາດປວກເມືອງຄອບຈັດຂຶ້ນເດືອນ 3 ປີ 2018, ເທດສະການບຸນພະທາດນາງສາມຜີວເມືອງທົ່ງມີໄຊຈັດຂື້ນໃນເດືອນ 4 ປີ 2018, ເທດສະການບຸນພະເວດເມືອງແກ່ນທ້າວຈັດຂຶນໃນເດືອນ 6 ປີ 2018, ເທດສະການບຸນຊ່ວງເຮືອເມືອງຫົງສາຈັດຂຶ້ນໃນເດືອນ 9 ປີ 2018 , ເທດສະການພະທາດຊຽງລົມເມືອງຊຽງຮ່ອນຈັດຂຶ້ນໃນເດືອນ 10 ປີ 2018, ເທດສະການບຸນຊວງເຮືອນເມືອງເງິນຈັດຂຶ້ນໃນເດືອນ 11 ປີ 2018, ເທດສະການບຸນດອກແດງເມືອງໄຊສະຖານຈັດຂຶ້ນໃນເດືອນ 12 ປີ 2018 ແລະ ງານປະເພນີເຜົ່າຕ່າງໆທັງໝົດນັ້ນແມ່ນໄດ້ກຳນົດເປັນປະຕິທິນຮອບວຽນໃນປີທ່ອງທ່ຽວຂອງແຂວງເປັນແຕ່ລະເດືອນ ພ້ອມນີ້ຍັງມີກິດຈະກຳປິ່ນອ້ອມເຊັ່ນ: ການຈັດຄາລະວານລົດແຕ່ເມືອງໄຊຍະບູລີຫາເມືອງໄຊສະຖານ ແລະ ເດີນທາງໄປທ່ຽວຊົມພັນຖໍ້ານໍ້າຖັ່ງເມືອງໄຊຍະບູລີ, ການແລກປ່ຽນທາງດ້ານສິລະປະວັນນະຄະດີ, ກິລາລະຫວ່າງເມືອງກັບແຂວງ, ແຂວງກັບບັນດາແຂວງໃກ້ຄຽງ ແລະ ກິດຈະກຳອື່ນໆອີກ ຊຶ່ງກິດຈະກຳດັ່ງກ່າວຈະໄດ້ຈັດຂຶນແຕ່ເດືອນ 12 ປີ 2017 ຫາ ເດືອນ 12 ປີ 2018.
ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນຈົ່ງໄດ້ຮ່ວມແຮງຮ່ວມໃຈກັນປະກອບສ່ວນເຂົ້າໃນກິດຈະກຳຕ່າງໆ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜູນຈາກບັນດາຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ, ບັນດາອົງການຈັດຕັ້ງສາກົນຕ່າງໆ ນັບທັງຜູ້ປະກອບການບໍລິການຈົ່ງໄດ້ພ້ອມກັນເປັນເຈົ້າພາບທີ່ດີໃນການຈັດປີທ່ອງທ່ຽວລາວ 2018 ນີ້ ໃຫ້ມີຄວາມປອດໄພ, ຄວາມສະອາດຈົບງາມ ແລະ ຊຸກຍູ້ສົ່ງເສີມຜະລິດຕະພັນທ່ອງທ່ຽວຕະຫຼອດເຖິງສິ່ງເອື້ຍອຳນວຍຕ່າງໆຕ້ອນຮັບນັກທ່ອງທ່ຽວເຊັ່ນ: ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທິງ, ການນຳທ່ຽວ ແລະ ການຂົນສົ່ງນັກທ່ອງທ່ຽວ, ຕ້ອງເອົາໃຈໃສ່ຮັບປະກັນດ້ານຄຸນນະພາບການບໍລິການຕາມຫຼັກການສາກົນຄື: ການຕ້ອນຮັບມີມະນຸດສຳພັນທີ່ດີ, ຄວາມສະອາດດ້ານສະຖານທີ່ ແລະ ອາຫານທີ່ສະອາດປອດສານພິດ, ມີຄວາມຍຸຕິທຳບໍ່ເອົາປຽບເອົາລັດລູກຄ້າໃຫ້ມີຄວາມສະຫງົບ ເພື່ອຮັບປະກັນບັນລຸຕາມແຜນ ແລະ ຈຸດປະສົງຄາດໝາຍທີ່ວາງໄວ້.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...