Monday, 6 November 2017
ທ່ານນາຍົກລັດຖະມົນຕີຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ
ວັນທີ່ 5 ພະຈິກນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປພົບປະປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 1 ຢູ່ເຂດບ້ານຈັດສັນໃໝ່ ຂອງບ້ານຫ້ວຍໂລເມືອງປາກອູ, ເຊີ່ງຄະນະຮັບຜິດຊອບໂຄງການກໍ່ສ້າງ ໄດ້ປຸກເຮືອນຖາວອນໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈຳນວນ 134 ຄອບຄົວ, ຄາດວ່າການຍົກຍ້າຍຂອງປະຊາຊົນຈະມີຂື້ນ ພາຍຫຼັງການເກັບກ່ຽວຜົນຜະລິດ. ໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳໃຫ້ອົງການປົກຄອງແຕ່ລະຂັ້ນ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ພ້ອມກັນກວດກາຄືນໃຫ້ລະອຽດ ພ້ອມທັງຮີບຮ້ອນແກ້ໄຂບັນຫາຜົນກະທົບໂດຍໄວ, ຮຽກຮ້ອງໃຫ້ປະຊາຊົນຈົ່ງພ້ອມກັນສ້າງ ແລະ ພັດທະນາເສດຖະກິດຄອບຄົວຕາມທ່າແຮງ ໂດຍສະເພາະແມ່ນການຫັນປ່ຽນອາຊີບ ແລະ ພັດທະນາສີນຄ້າທີ່ເປັນເອກະລັກຂອງທ້ອງຖີ່ນ ໃຫ້ກາຍເປັນສີນຄ້າໂອດ໋ອບຂອງເມືອງປາກອູໃນອານາຄົດ ແນໃສ່ເຮັດໃຫ້ຄອບຄົວ ແລະ ບ້ານໄດ້ຮັບການພັດທະນາຢ່າງຮອບດ້ານ.
ສ່ວນຕອນເຊົ້າຂອງວັນທີ່ 6 ພະຈິກນີ້ ທ່ານ ທອງລຸນ ສີສຸລິດ ໄດ້ເຮັດວຽກຮ່ວມກັບຄະນະບໍລິຫານງານພັກແຂວງ ໂດຍມີທ່ານຄຳຂັນ ຈັນທະວີສຸກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະບໍລິຫານງານພັກແຂວງເຂົ້າຮ່ວມ. ຈາກນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຊີ້ນຳວຽກງານກະກຽມ ການສ້າງຕັ້ງນະຄອນ-ຫຼວງພະບາງ ແລະ ວຽກງານການທ່ອງທ່ຽວຢູ່ແຂວງຫຼວງພະບາງ ທີ່ສະໂມສອນໃຫ່ຍຂອງຫ້ອງວ່າການປົກຄອງແຂວງ ໂດຍທ່ານໄດ້ຊີ້ນຳໃຫ້ອົງການປົກຄອງທຸກຂັ້ນ ຈົ່ງກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫຼີມ ສະຫຼອງ ແລະ ປະກາດເມືອງຫຼວງພະບາງເປັນ ນະຄອນ-ຫຼວງພະບາງໃນອານາຄົດ ທັງກະກຽມເປັນເຈົ້າພາບທີ່ດີ ໃນການຕ້ອນຮັບນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ອງທ່ຽວຫຼວງພະບາງ ໃນປີທ່ອງທ່ຽວລາວ ປີ 2018 ນີ້.
ການຢ້ຽມຢາມ ແລະ ເຮັດວຽກຂອງທ່ານນາຍົກລັດຖະມົນຕີ ຢູ່ແຂວງຫຼວງພະບາງຄັ້ງນີ້ ທ່ານພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຢ້ຽມຢາມໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຢູ່ເຂດບ້ານພອນໄຊເມືອງຫຼວງພະບາງຕື່ມອີກ.
ຂ່າວ,ພາບ: ອາພຸດເດດ
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ໃນວັນທີ 12 ກໍລະກົດນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຂັ້ນສູນກາງກ່ຽວກັບການປັບປຸງ ແລະ ສ້ອມແປງ...



No comments:
Post a Comment