ສຳນັກຂ່າວຕ່າງປະເທດລາຍງານ
5 ພະຈິກ
2017 ວ່າ:
ຖືວ່າເປັນວັນຄົບຮອບທີ່ ໄລກ້າ
ໝາບໍ່ມີເຈົ້າຂອງເພດແມ່ທີ່ໄດ້ກາຍເປັນສິ່ງມີຊີວິດຊະນິດທຳອິດທີ່ຖືກສົ່ງຂຶ້ນສູ່ໂຄຈອນໃນອະວະກາດ
ເຊິ່ງເປັນສ່ວນໜຶ່ງຂອງໂຄງການບຸກເບີກອະວະກາດຂອງສະຫະພາບໂຊວຽດ ໃນສະໄໝສົງຄາມເຢັນ
ໂດຍໄລກ້າຖືກສົ່ງຂຶ້ນໄປທ່ອງອະວະກາດພ້ອມກັບຍານສະປຸດນິກ 2 ເມື່ອວັນທີ
3 ພະຈິກ
1957 ຫຼື
60 ປີກ່ອນ
ພາຍຫຼັງອະດີດສະຫະພາບໂຊວຽດປະສົບຄວາມສຳເລັດຈາກການສົ່ງຍານສະປຸດນິກ 1 ຂຶ້ນສູ່ອະວະກາດໄດ້ພຽງ
1 ເດືອນ
ແລະ ສາເຫດທີ່ອະດີດສະຫະພາບໂຊວຽດເລືອກ ໄລກ້າ
ເພາະເຊື່ອວ່າໝາບໍ່ມີເຈົ້າຂອງສາມາດປັບຕົວໃນສະພາວະທີ່ບໍ່ດີ ແລະ
ສາມາດເອົາຊີວິດລອດໃນພາວະທີ່ບໍ່ມີນ້ຳໄດ້ດີກວ່າໝາທີ່ຖືກລ້ຽງຕາມບ້ານເຮືອນ.
ເຖິງແມ່ນວ່າ ໄລກ້າ ຈະສາມາດຢູ່ລອດໄດ້ພຽງ 3 ຊົ່ວໂມງ ເມື່ອຍານສະປູດນິກເຂົ້າສູ່ວົງໂຄຈອນ ເພາະຄວາມຮ້ອນຂອງແສງຕາເວັນເຮັດໃຫ້ອຸນຫະພູມໃນສະປຸດນິກສູງຂຶ້ນຫຼາຍກວ່າ 40 ອົງສາ ແລະ ແຄັບຊູນບໍ່ສາມາດກັນຄວາມຮ້ອນໄດ້ພຽງພໍ ເຮັດໃຫ້ໄລກ້າຕາຍຈາກອາກາດຮ້ອນ ແລະ ພາວະຂາດນ້ຳ.


No comments:
Post a Comment