Thursday, 9 November 2017

ເປີດປື້ມທິດສະດີຂອງ ສີ ຈິ້ນຜິງ ວ່າດ້ວຍ ການປົກຄອງປະເທດ ສະບັບພາສາລາວ


ຂປລ. ພິທີ​ປະກາດ​​ເປີດ​ປື້​ມທິດ​ສະ​ດີ​ ຂອງ ສີ​ຈິ້ນ​ຜິ​ງ ວ່າ​ດ້ວຍ​ການ​ປົກຄອງ​ປະ​ເທດ ​ແລະ ບໍ ລິຫານ​ການ​ເມືອງ ສະບັບ​ພາສາ​ລາວ (​ແປ​ຈາກ​ພາສາ​ຈີນ ​ເປັນ​ພາສາ​ລາວ) ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 9 ພະຈິກ 2017 ຢູ່​ຫໍ​ປະຊຸມ​ແຫ່​ງຊາດ ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ມີ​ທ່ານ ກິ​ແກ້ວ ​ໄຂ​ທຳ​ພິທູນ ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ໂຄສະນາ​ ອົບຮົມ​ສູນ​ກາງ​ພັກ, ທ່ານ ກົ່ວ​ເວີ້​ຍໝິນ ຮອງ​ຫົວໜ້າ​ຫ້ອງ​ວ່າການ ​ຖະ​ແຫລງ​ຂ່າວ​ ຄະນະ​ລັດຖະບານ​ຈີນ, ມີ ​ທ່ານ ຫວ່າງ ເວີນທຽນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ​ ປະ​ຈຳ ​ລາວ, ມີບັນດາຮອງ​ລັດຖະມົນຕີ, ຫົວໜ້າ​ກົມ, ຮອງ​ກົມພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ ​ເຂົ້າ​ຮ່ວມ.

ໃນ
​ໂອກາດ​ດັ່ງກ່າວ, ທ່ານ ກົ່ວ​ເວີ້​ຍໝິນ ກ່າວ​ວ່າ: ປື້​ມທິດ​ສະ​ດີ​ຂອງ ສີ​ຈິ້ນ​ຜິ​ງ ວ່າ​ດ້ວຍ​ການ​ປົກຄອງ​ປະ​ເທດ ​ແລະ ບໍລິຫານ​ການ​ເມືອງ ​ໄດ້​ຮິບ​ໂຮມ​ເອົາ​ ບົດ​ປະພັນທີ່​ສຳຄັນ​ຂອງ ​ທ່ານ ສີ​ຈິ້ນ​ຜິ​ງ ​ໃນ​ໄລຍະ​ ວັນ​ທີ 15 ພະຈິກ 2012 ຫາ​ ວັນ​ທີ 13 ມິຖຸນາ 2014, ລວມມີ​ບົດ​ປາ​ໄສ, ບົດ​ໂອ້​ລົມ, ບົດ​ສູນ​ທອນ​ພົດ, ບົດ​ຕອບ​ບັນ​ຫາ, ຄຳ​ຊີ້​ນຳ, ຈົດາຍ​ອວຍພອນ ​ແລະ ອື່ນໆ ທັງ​ໝົດ 79 ບົດ. ນັບ​ແຕ່​ເດືອນ​ກັນຍາ 2014 ປື້​ມດັ່ງກ່າວ, ​ໄດ້​ປະກາດ​ອອກເປັນ 25 ພາສາ, 28 ສະບັບ, ຈຳໜ່າຍ 6 ລ້ານ​ກວ່າ​ຫົວ ​ໃນ​ທົ່ວ​ໂລກ. ສຳລັບສະບັບພາ​ສາລາ​ວ ​ໄດ້​ເປີດ​ພິມ​ຈຳໜ່າຍ​ ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 7 ພະຈິກ 2017 ນີ້.

ພາຍຫລັງ
 ທ່ານ ກົ່ວເວີ້ຍໝິນ ຂຶ້ນມີຄຳເຫັນແລ້ວ, ທ່ານ ກິແກ້ວ ​ໄຂທຳພິທູນ ກໍໄດ້ຂຶ້ນກ່າວ ສະແດງຄວາມຂອບໃຈ ຕໍ່ລັດຖະບານຈີນ ກໍຄື ຫ້ອງວ່າການຖະແຫລງຂ່າວ ຄະນະລັດຖະບານ ສປ ຈີນ ຮ່ວມກັບຫ້ອງການຄົ້ນຄວ້າ ເອກະສານສູນກາງພັກ ກອມມູນິດຈີນ ​ແລະ ກຸ່ມບໍລິສັດ ການຈັດພິມສາກົນປະເທດຈີນ ທີ່ໄດ້ຮຽບຮຽງ ​ແລະ ​ແປຈາກສະບັບພາສາຈີນ ມາເປັນພາສາລາວ, ​ເຊິ່ງປື້ມດັ່ງກ່າວຈະເຮັດໃຫ້ບັນດາຜູ້ອ່ານຮູ້ເຂົ້າໃຈເຖິງບົດຮຽນ ​ແລະ ປະສົບການ​ ​ໃນການເຄື່ອນໄຫວວຽກງານ ຊີ້ນຳ-ນຳພາ​ ​ແລະ ສ້າງສາພັດທະນາປະເທດຊາດ ຂອງທ່ານ ສີ ຈິ້ນຜິ ​ຕະຫລອດໄລຍະຜ່ານມາຈົນ​​ເຖິງປັດຈຸບັນ

ພ້ອມ
ດຽວກັນ​, ການຈັດພິມປື້ມດັ່ງກ່າວ ຍັງ​​ເປັນການປະກອບສ່ວນ ອັນສຳຄັນເຂົ້າໃນການເສີມຂະຫຍາຍ ການພົວພັນຮ່ວມມືລະຫວ່າງ ປະຊາຊົນສອງຊາດ ລາວ-ຈີນ ​ໃຫ້ໄດ້ຮັບການພັດທະນາ ​ແລະ ​ແໜ້ນແຟ້ນຍິ່ງຂຶ້ນ ຢ່າງບໍ່ຢຸດຢັ້ງ. ​ໃນ​ຕອນ​ທ້າຍ ທ່ານ ກົ່ວ​ເວີ້​ຍໝິນ ກໍ​ໄດ້​ມອບ​ປື້​ມດັ່ງກ່າວ ​ໃຫ້​ ທ່ານ ກິ​ແກ້ວ ​ໄຂ​ທຳ​ພິທູນ ອີກ​ດ້ວຍ.
 ຂ່າວ: khuksoud.com            

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...