ຄອງບ້ານຮ່ອງໄກ່ແກ້ວໄດ້ເປີດເຜີຍໃຫ້ຮູ້ວ່າ ພາຍຫຼັງລົງກວດເບິ່ງສະພາບຕົວຈິງເຫັນວ່າເຫດການເກີດຂຶ້ນແທ້ ຈິ່ງໄດ້ມີການສົມທົບກັບ ປກສ ກຸ່ມ 4 ເພື່ອຊອກຫາຜູ້ກໍ່ເຫດ ແລະ ໄດ້ຮູ້ວ່າຜູ້ກະທຳເຫດການຄັ້ງນີ້ແມ່ນຍິງສາວອາຍຸ 24 ປີ ເປັນຄົນບ້ານໂດນ ເມືອງປາກເຊ ແຂວງຈໍາປາສັກ ໄດ້ຍ້າຍມາຢູ່ບ້ານຮ່ອງໄກ່ແກ້ວ ແຕ່ປີ 2014 ເພື່ອຊອກວຽກເຮັດງານທຳ.
ສາເຫດທີ່ແມ່ໃຈບາບຂ້າລູກນ້ອຍເກີດໃໝ່ນັ້ນ ແມ່ນຍ້ອນຫຼີ້ນກັນແລ້ວຝ່າຍຊາຍບໍ່ຮັບຜິດຊອບ ຈິ່ງພະຍາຍາມຂ້າມາຫຼາຍຄັ້ງແຕ່ຢູ່ໃນທ້ອງແຕ່ບໍ່ປະສົບຜົນສໍາເລັດ ຈົນລູກໄດ້ເກີດອອກມາເປັນຄົນຈິ່ງໄດ້ວາງແຜນຂ້າໂດຍການໂຍນລົງຮ່ອງນໍ້າໃຫ້ເສຍຊີວິດ ໂດຍຍິງສາວຄົນດັ່ງກ່າວເປີດເປີດຕໍ່ຄະນະບ້ານວ່າ ສາເຫດທີ່ຕັດສິນໃຈຂ້າລູກໃນທ້ອງທັງທີ່ຄອງຮອດ 9 ເດືອນນັ້ນ ແມ່ນຍ້ອນຝ່າຍຊາຍບໍ່ຮັບຜິດຊອບ, ກ່ອນໜ້ານີ້ໄດ້ພະຍາຍາມທຸກວິທີທາງເພື່ອຂ້າໃຫ້ລູກຕາຍຕັ້ງແຕ່ຢູ່ໃນທ້ອງແລ້ວແຕ່ບໍ່ຕາຍຈັກເທື່ອຈົນເກີດອອກມາ ພໍອອກຫວິດຈາກທ້ອງແມ່ກໍ່ຈັບເດັກໂຍນລົງນ້ຳເພື່ອໃຫ້ຕາຍໄປ ແຕ່ແນ່ນອນວ່າບ້ານເມືອງມີລະບຽບກົດຫມາຍ ເມື່ອກະທຳຜິດຕ້ອງໄດ້ຮັບໂທດຕາມລະບຽບ ຊຶ່ງຕອນນີ້ເຈົ້າໜ້າທີ່ໄດ້ນໍາໂຕແມ່ໃຈຮ້າຍຄົນນີ້ ໄປກັກຂັງ ແລະ ລໍຖ້າຕັດສິນໂທດຕາມລະບຽບກົດຫມາຍບ້ານເມືອງຮຽບຮ້ອຍ.
ທີ່ມາ:laotainews
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...



No comments:
Post a Comment