Thursday, 16 November 2017

ເອກະຊົນຈີນ ສຶກສາ-ສຳຫລວດ-ອອກແບບ ເສັ້ນທາງຫລວງທ້ອງຖິ່ນ ແຂວງສະຫວັນນະເຂດ


ຂປລບໍລິສັດ ເຈີຈຽງຄອນເທັກເຊິນອິນແວດເທີເມັນກຣຸບ ຈຳກັດ ແຫ່ງ ສປ ຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການສຶກສາຄວາມເປັນໄປໄດ້ຂອງໂຄງການພັດທະນາ ດ້ານໂຄງລ່າງເສັ້ນທາງ ຫວງທ້ອງຖິ່ນ 5 ເມືອງ ໃນແຂວງສະຫວັນນະເຂດ ກັບ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໃນອາທິດຜ່ານມາ ໂດຍມີທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດທ່ານ ປະສົງສິນ ຈະເລີນສຸກ ຫົວໜ້າພະແນກ ຍທຂ ແຂວງເຈົ້າເມືອງ-ຮອງເຈົ້າເມືອງມີພາກສ່ວນກ່ຽວຂ້ອງ ແລະ ພະນັກງານຂອງ ບໍລິສັດດັ່ງກ່າວເຂົ້າຮ່ວມ.
ທ່ານ ສົມສີ ຜ່ອງສີ ຮອງຫົວໜ້າຂະແໜງຄຸ້ມຄອງທາງບົກ ໄດ້ໃຫ້ຮູ້ວ່າບົດບັນທຶກ MOU ສະບັບນີ້ມີອາຍຸ 18 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຫລັງຈາກນັ້ນ ແມ່ນໂມຄະ,  ເຊິ່ງຜູ້ລົງທຶນ ຈະໄດ້ດຳເນີນ ການສຶກສາຄວາມເປັນໄປໄດ້ ເພື່ອສະເໜີແຂວງ ພັດທະນາເປັນທາງປູຢາງ 2 ຊັ້ນ ໃນ 5 ເສັ້ນຄືເສັ້ນທາງຫລວງຂອງແຂວງທາງເລກທີ 2.6312 ແຕ່ແຍກທາງເລກ 9 (ບ້ານຫນອງບົວທອງເມືອງອຸທຸມພອນ ຫາບ້ານດົງດອກໄມ້ເມືອງຈຳພອນຍາວ 22 ກິໂລແມັດ; ທາງເລກທີ 2.6310 ແຕ່ແກ້ງກອກ(ເມືອງຈຳພອນຫາປາກຊ່ອງ ຫາບ້ານນາໂພເມືອງສອງຄອນລວງຍາວ 33 ກິໂລແມັດ; ທາງ ເລກທີ 2.6302 ແຕ່ບ້ານນາໂພ ຫາບ້ານທ່າປະຊຸມເມືອງສອງຄອນຍາວ 18 ກິໂລແມັດທາງຫລວງຂອງເມືອງ ເລກທີ 3.6507 ແຕ່ແຍກທາງເລກ 9 (ບ້ານບົວຄຳເມືອງອາດສະພັງທອງ ຫາເທສະບານເມືອງຊົນນະບູລີຍາວ44 ກິໂລແມັດ ​ແລະ ເສັ້ນທາງຫລວງຊົນນະບົດ ເລກທີ 5.6499 ແຕ່ບ້ານບຶງຊ້າງ ເມືອງຊົນນະບູລີ ຫາບ້ານສອງຄອນ ຫາບ້ານລະຫານ້ຳ ເມືອງສອງຄອນ,  ຍາວ 45ກິໂລແມັດ,  ລວມຄວາມຍາວຂອງເສັ້ນທາງ ທັງຫມົດ 162. ກິໂລແມັດ.
 
ໃນການເຊັນ
 MOU ສຶກສາຄວາມເປັນໄປໄດ້ ແມ່ນບາດກ້າວທຳອິດຂອງການລົງທຶນ ເຊິ່ງຜູ້ລົງທຶນຈະປະຕິບັດ 3 ວຽກຫລັກຄືສຳຫລວດ-ອອກແບບ ແລະ ຄິດໄລ່ປະເມີນລາຄາໂດຍນຳໃຊ້ມາດ ຕະຖານເຕັກນິກ ຂອງກະຊວງໂຍທາທິການ ແລະຂົນສົ່ງສ້າງບົດວິພາກເສດຖະກິດ-ເຕັກນິກສ້າງບົດວິເຄາະເບື້ອງຕົ້ນ ງບົດປະເມີນຜົນກະທົບຕໍ່ສັງຄົມ; ບົດປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ; ແຜນການຄຸ້ມຄອງ ແລະ ຕິດຕາມກວດກາ ດ້ານສິ່ງແວດລ້ອມ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາດ້ານສັງຄົມ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...