Thursday, 16 November 2017

ຢ່າງໜ້ອຍ 14 ຄົນ ເສຍຊີວິດ ໃນການໂຈມຕີ ສະຫຼະຊີບ ຫຼາຍຄັ້ງ ຢູ່ປະເທດ ໄນຈີເຣຍ

ປະຊາຊົນຢ່າງໜ້ອຍ 14 ຄົນໄດ້ເສຍຊີວິດ ແລະ 29 ຄົນບາດເຈັບ ເມື່ອມືລະເບີດສະ
ຫຼະຊີບ 4 ຄົນໄດ້້ໂຈມຕີເມືຶອງ ໄມດູກູຣີ ໃນລັດ ບໍໂນ ທີ່ມີຄວາມວຸ້ນວາຍຂອງ ໄນຈີເຣຍ
ໃນວັນພຸດວານນີ້.ຜູ້ຊາຍສອງຄົນ ແລະແມ່ຍິງສອງຄົນໄດ້ລະເບີດຕົນເອງຢູ່ທີ່ຄຸ້ມ ມູນາ ໃນເມືອງດັ່ງກ່າວ
ເຊິ່ງເປັນສູນກາງ ຂອງພວກຫົວຮຸນແຮງ ຕໍ່ຕ້ານລັດຖະບານ ໂບໂກ ຮາຣາມ.
ໂຄສົກຕຳຫຼວດທ່ານ ວິກເຕີ ອີຊູຄູວູ ກ່າວວ່າ ມືລະເບີດຜູ້ຊາຍສອງຄົນ ແລະແມ່ຍິງ
ສອງຄົນໄດ້ແນເປົ້າໃສ່ບ່ອນທີ່ມີຄົນຊຸມນຸມກັນຢ່າງໜາແໜ້ນໃນເມືອງດັ່ງກ່າວ.
ພວກ ໂບໂກ ຮາຣາມ ໄດ້ຂ້າປະຊາຊົນຫຼາຍກວ່າ 20,000 ໃນລະຫວ່າງການຕໍ່ຕ້ານ
ລັດຖະບານ ໄນຈີເຣຍ 8 ປີ ຂອງພວກເຂົາ ໃນຄວາມພະຍາຍາມທີ່ຈະສ້າງລັດອິສລາມ
ທີ່ມີຄວາມເຄັ່ງຄັດ ໃນພາກເໜືອທີ່ມີຄົນມຸສລິມອາໄສຢູ່ເປັນສ່ວນໃຫຍ່.
ລາຍງານສະບັບນຶ່ງເມື່ອບໍ່ດົນມານີ້ໂດຍອົງການນິລະໂທດກຳສາກົນ ທີ່ເປັນກຸ່ມສະໜັບ
ສະໜູນສິດທິມະນຸດ ໄດ້ກ່າວວ່າ ພົນລະເຮືອນຢ່າງໜ້ອຍ 223 ຄົນໄດ້ຖືກຂ້າຕາຍ
ດ້ວຍສີມືຂອງພວກ ໂບໂກ ຮາຣາມ ນັບຕັ້ງແຕ່ເດືອນເມສາເປັນຕົ້ນມາ, ລວມທັງພົນ
ລະເຮືອນ 100 ຄົນທີ່ຖືກຂ້າຕາຍໃນເດືອນສິງຫາພຽງເດືອນດຽວ. ການໂຈມຕີທີ່ຮ້າຍ
ແຮງທີ່ສຸດໄດ້ເກີດຂຶ້ນໃນວັນທີ 5 ກໍລະກົດທີ່ຜ່ານມາ, ເມື່ອ 40 ຄົນໄດ້ຖືກຍິງຕາຍໃນ
ການດັກໂຈມຕີກຸ່ມສຳຫຼວດນໍ້າມັນໃນລັດ ບໍໂນ. ອົງການນິ ລະໂທດກຳກ່າວວ່າ ຕົວ
ເລກທີ່ແທ້ຈິງອາດຈະສູງກວ່ານັ້ນ, ໃນຂະນະທີ່ການໂຈມຕີບາງຄັ້ງແມ່ນບໍ່ໄດ້ຖືກລາຍ
ງານ.ເຂົາເຈົ້າໄດ້ກ່າວວ່າ ຄວາມຮຸນແຮງຈາກພວກ ໂບໂກ ຮາຣາມ ໄດ້ເຮັດໃຫ້ພົນລະເຮືອນ
ຫຼາຍລ້ານຄົນຫລົບໜີ ຂ້າມທະເລສາບ ແຊັດ ຍ້ອນຄວາມຕ້ອງການ ການຊ່ວຍເຫຼືອ
ດ້ານມະນຸດສະທຳ. ປະຊາຊົນ ທັັງໝົດ 2 ລ້ານ 3 ແສນຄົນແມ່ນບໍ່ມີທີ່ຢູ່ອາໄສໃນປະ
ເທດ ໄນຈີເຣຍ, ກາເມຣູນ, ແຊັດ ແລະ ໄນເຈີ, ແລະ ປະຊາຊົນຫຼາຍກວ່າ 7 ລ້ານຄົນ
ໄດ້ປະເຊີນກັບການຂາດແຄນອາຫານ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...