ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 31 ຕຸລາ 2017 ເປັນມື້ທີ 12 ໂດຍເປັນປະທານຂອງທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາສະມາຊິກ ສສຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມບັນດາ ສສຊ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ກົດໝາຍວ່າດ້ວຍວຽກງານກາແດງລາວ ເຊິ່ງເປັນວຽກງານໜຶ່ງທີ່ໄດ້ດຳເນີນຈັດຕັ້ງປະຕິບັດກັນມາຫຼາຍປີ ແຕ່ບໍ່ທັນມີກົດໝາຍຮອງຮັບ ເປັນວຽກງານທີ່ກວມລວມເອົາການເຄື່ອນໄຫວຫຼາຍຂະແໜງການ ເຂົ້າໃນການປະຕິບັດພາລະກິດ ໂດຍສະເພາະ ການປະຕິບັດໜ້າທີ່ວຽກງານມະນຸດສະທຳ ບັນເທົາທຸກ ຕາມພາລະບົດບາດຫຼັກການຂອງອົງການກາແດງສາກົນ.
ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ໄດ້ສະເໜີຕໍ່ສະພາກ່ຽວກັບເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍກາແດງລາວ ຈຸດປະສົງເພື່ອຫັນເອົາແນວທາງນະໂຍບາຍຂອງພັກ ໃຫ້ເປັນນິຕິກຳ ເປັນເຄື່ອງມືໃນການບໍລິຫານຈັດການຄຸ້ມຄອງ ແລະ ການພັດທະນາວຽກງານກາແດງລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ ກາຍເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວ ສາມາດປຸກລະດົມໃຫ້ສັງຄົມ ປະກອບສ່ວນເຂົ້າຮ່ວມການເຄື່ອນໄຫວໃຫ້ກວ້າງຂວາງ ເປັນບ່ອນອີງໃຫ້ແກ່ຂະແໜງການກ່ຽວຂ້ອງ ໃນການປະສານສົມທົບ ປະກອບສ່ວນຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ເຊິ່ງຮ່າງກົດໝາຍວ່າດ້ວຍອົງການກາແດງລາວ ໄດ້ຖືກສະເໜີພິຈາລະນາໃນກອງປະຊຸມສະໄໝວິສາມັນຂອງລັດຖະບານ ປະຈຳເດືອນກຸມພາ 2017 ແລະ ໄດ້ຄົ້ນຄວ້າປັບປຸງຄືນບາງເນື້ອໃນບໍ່ທັນສອດຄ່ອງ ແລະ ໄດ້ພິຈາລະນາໃນກອງປະຊຸມນາຍົກລັດຖະມົນຕີ ໃນເດືອນສິງຫາ 2017 ເພື່ອນຳສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດພິຈາລະນາ.
ກົດໝາຍສະບັບນີ້ປະກອບມີ 10 ພາກ 6 ໝວດ ແລະ 64 ມາດຕາ ບັນດາ ສສຊ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນ ຍົກຫຼາຍບັນຫາຂຶ້ນມາເພື່ອພິຈາລະນາຢ່າງກົງໄປກົງມາ ເຊິ່ງມີຫຼາຍບັນຫາກໍ່ໄດ້ມີການຊີ້ແຈງ ຊັກຖາມ ເຈາະຈີ້ມ ລົງເລິກ ເພື່ອເຮັດໃຫ້ມີຄວາມປອດໃສສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງຂອງບ້ານເຮົາ ຈາກການຄົ້ນຄວ້າພິຈາລະນາດ້ວຍຄວາມຮັບຜິດຊອບສູງ ທີ່ປະຊຸມໄດ້ເປັນເອກະສັນດ້ວຍຄະແນນສຽງສ່ວນຫຼາຍ ຮັບຮອງເອົາກົດໝາຍວ່າດ້ວຍວຽກງານກາແດງລາວ.

No comments:
Post a Comment